ຍ້ອງຍໍ​ຊົມ​ເຊີຍ ຊາ​ວ​ໜຸ່ມ​ນະ​ຄອນຫຼວງດີ​ເດັ່ນ 10 ຄົນ ປີ 2019

(VOVWORLD) -ຕອນຄ່ຳວັນທີ 7 ມັງກອນ, ຢູ່ອະນຸສາວະລີ ລີ້ທ໊າຍໂຕ໋, ຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70ປີ ແຫ່ງວັນມູນເຊື້ອ ນັກຮຽນ - ນັກສຶກສາ ຫວຽດນາມ, ຍ້ອງຍໍຊົມເຊີຍ ຊາວໜຸ່ມນະຄອນຫຼວງດີເດັ່ນປີ 2019 10 ຄົນ ແລະ ງານລາຕີ ສະບາຍດີ ລະດູບານໃໝ່ 2020.
ຍ້ອງຍໍ​ຊົມ​ເຊີຍ ຊາ​ວ​ໜຸ່ມ​ນະ​ຄອນຫຼວງດີ​ເດັ່ນ 10 ຄົນ ປີ 2019 - ảnh 1ພິທີຍ້ອງຍໍຊົມເຊີຍ ຊາວໜຸ່ມນະຄອນຫຼວງ ດີເດັ່ນ 10 ຄົນໃນປີ 2019 (ພາບ: TTXVN) 

ທີ່ພິທີສະເຫຼີມສະຫຼອງ, ບັນດາພະນັກງານ, ສະມາຊິກສະມາຄົມ, ນັກສຶກສານະຄອນຫຼວງໄດ້ພ້ອມກັນຫວນຄືນມູນເຊື້ອຂອງບັນດານັກຮຽນ, ນັກສຶກສາ ຫວຽດນາມ ລຸ້ນຕ່າງໆເວົ້າລວມ ແລະ ນັກສຶກສານະຄອນຫຼວງ ຮ່າໂນ້ຍ ເວົ້າສະເພາະໃນໄລຍະ 70 ປີທີ່ຜ່ານມາ. ທ່ານ ຈຸຮົ່ງມິງ, ຮອງເລຂາຄະນະຊາວໜຸ່ມນະຄອນຫຼວງ, ປະທານສະມາຄົມນັກສຶກສາ ນະຄອນຫຼວງຮ່າໂນ້ຍ ໄດ້ເນັ້ນໜັກວ່າ:

ຈາກບັນດາຂະບວນການ, ການເຄື່ອນໄຫວຂອງຄະນະຊາວໜຸ່ມຂອງນະຄອນ ໄດ້ປະກົດມີສະມາຊິກຊາວໜຸ່ມ, ໄວໜຸ່ມ, ເຍົາວະຊົນດີເດັ່ນຫຼາຍຄົນທີ່ເປັນແບບຢ່າງ ໃນຂົງເຂດຕ່າງໆ ນັບແຕ່ການຮ່ຳຮຽນ, ການອອກແຮງງານ, ການພັດທະນາເສດຖະກິດ… ເຊິ່ງມີຜົນສະທ້ອນຢ່າງຕັ້ງໜ້າ ແລະ ມີກຳລັງແຜ່ຂະຫຍາຍອັນໃຫຍ່ຫຼວງສຳລັບປະຊາຄົມ.

        ແລະກໍ່ໃນຕອນຄ່ຳວັນທີ 7 ມັງກອນ, ຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍ ຊາວໜຸ່ມນະຄອນຫຼວງ ດີເດັ່ນ 10 ຄົນໃນປີ 2019. ນີ້ແມ່ນສ່ວນບຸກຄົນທີ່ມີຜົນງານດົດເດັ່ນໃນຂົງເຂດຕ່າງໆທີ່ກ່ຽວຂ້ອງເຖິງການຮ່ຳຮຽນ ແລະ ການຄົ້ນຄ້ວາວິທະຍາສາດ, ການອອກແຮງງານ, ການປະດິດຄິດສ້າງ, ການພັດທະນາເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ…


ຕອບກັບ

ຂ່າວ/ບົດ​ອື່ນ