ຍ້ອງຍ​ໍ​ຊົມ​ເຊີຍ​ຊາ​ວ​ກະ​ສິ​ກອນ​ນະ​ຄອນຫຼວງ​ຜູ້​ດີ​ເດັ່ນໃນປິ 2021 ຈຳ​ນວນ 18 ຄົນ

(VOVWORLD) -ສະມາຄົມຊາວກະສິກອນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍ “ຊາວກະສິກອນນະຄອນຄອນຫຼວງຜູ້ດີເດັ່ນ”, ເຊີມເຊີຍ “ສະມາຄົມຊາວກະສິກອນອາຊີບດີເດັ່ນ” ແລະ ປະຕິບັດໂຄງການ “ໄມຕີຈິດຊາວກະສິກອນນະຄອນຫຼວງ - ສາມັກຄີ ແລະ ແບ່ງປັນ”.
ຍ້ອງຍ​ໍ​ຊົມ​ເຊີຍ​ຊາ​ວ​ກະ​ສິ​ກອນ​ນະ​ຄອນຫຼວງ​ຜູ້​ດີ​ເດັ່ນໃນປິ 2021 ຈຳ​ນວນ 18 ຄົນ - ảnh 1ພິທີຍ້ອງຍໍຊົມເຊີຍຊາວກະສິກອນນະຄອນຫຼວງຜູ້ດີເດັ່ນໃນປິ 2021 ຈຳນວນ 18 ຄົນ
 

ວັນທີ 29 ຕຸລາ, ສະມາຄົມຊາວກະສິກອນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍ “ຊາວກະສິກອນນະຄອນຄອນຫຼວງຜູ້ດີເດັ່ນ”, ເຊີມເຊີຍ “ສະມາຄົມຊາວກະສິກອນອາຊີບດີເດັ່ນ” ແລະ ປະຕິບັດໂຄງການ “ໄມຕີຈິດຊາວກະສິກອນນະຄອນຫຼວງ - ສາມັກຄີ ແລະ ແບ່ງປັນ”.

ທີ່ກອງປະຊຸມ, ສະມາຄົມຊາວກະສິກອນນະຄອນ ໄດ້ຍ້ອງຍໍຊົມເຊີຍຊາວກະສິກອນນະຄອນຫຼວງຜູ້ດີເດັ່ນໃນປີ 2021 ຈຳນວນ 18 ຄົນ; ຍ້ອງຍໍຊົມເຊີຍ 18 ສະມາຄົມຊາວກະສິກອນອາຊີບດີເດັ່ນ ແລະ ມອບຂອງຂວັນໃຫ້ 18 ຄົວຄົວຊາວສະຊິກອນທີ່ປະສົບກັບຄວາມຫຍຸ້ງຍາກ.

        ມາຮອດປັດຈຸບັນ, ນະຄອນ ຮ່າໂນ້ຍ ມີ 12/18 ເມືອງ, ເທດສະບານເມືອງບັນລຸມມາດຕະຖານຊົນນະບົດໃໝ່, ມີ 368/382 ຕາແສງບັນລຸມາດຕະຖານຊົນນະບົດໃໝ່, ມີ 29 ຕາແສງບັນລຸມາດຕະຖານຊົນນະບົດໃໝ່ລະດັບສູງ, ລາຍຮັບສະເລ່ຍຂອງເຂດຊົນນະບົດບັນລຸ 55 ລ້ານດົ່ງ/ຄົນ/ປີ.

Ngoc Anh

ຕອບກັບ

ຂ່າວ/ບົດ​ອື່ນ