ຍ້ອງ​ຍ​ໍ​ຊົມ​ເຊີຍ​ນັກ​ຮຽ​ນ, ນັກ​ສຶກ​ສາ​ດີ​ເດັ່ນ​ປີ 2020

(VOVWORLD) - ຕອນຄ່ຳວັນທີ 25 ທັນວາ, ຢູ່ຮ່າໂນ້ຍ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນປີ 2020.
ຍ້ອງ​ຍ​ໍ​ຊົມ​ເຊີຍ​ນັກ​ຮຽ​ນ, ນັກ​ສຶກ​ສາ​ດີ​ເດັ່ນ​ປີ 2020 - ảnh 1ພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາດີເດັ່ນປີ 2020 (ພາບ: VOV)

ນັກຮຽນ, ນັກສຶກສາ 130 ຄົນ ໄດ້ຮັບການຍ້ອງຍໍຊົມເຊີຍໃນພິທີດັ່ງກ່າວ ແມ່ນແບບຢ່າງດີເດັ່ນໃນການເຄື່ອນໄຫວຮ່ຳຮຽນ ແລະ ຂະບວນການຕ່າງໆ; ແມ່ນແບບຢ່າງກ່ຽວກັບຄຸນສົມບັດ, ແບບແຜນການດຳລົງຊີວິດ, ຄວາມສາມັກຄີ, ຄວາມເມດຕາປານີ, ກ້າຫານ, ສັດຊື່ບໍລິສຸດ, ຮັກປະເທດຊາດ, ຮັກບ້ານເກີດເມືອງນອນ ແລະ ບັນລຸໄດ້ຜົນງານສູງໃນການສອບເສັງຄັ້ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ຟຸ່ງຊວັນຫຍະ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສະເໜີວ່າ:

        “ຂ້າພະເຈົ້າຂໍສະເໜີວ່າ ໃນໄລຍະຈະມາເຖິງ ທົ່ວຂະແໜງສຶກສາຈະສືບຕໍ່ນຳເນື້ອໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ເຂົ້າໃນແຜນການ, ແຜນການໜ້າທີ່ຂອງແຕ່ລະສົກຮຽນ, ຕິດພັນກັບບັນດາການຂົນຂວາຍ, ຂະບວນການແຂ່ງຂັນຮັກຊາດ, ປ່ຽນແປງໃໝ່ປະດິດຄິດສ້າງ ໃນການຮຽນ - ສອນ ແລະ ການຄຸ້ມຄອງຢູ່ແຕ່ລະຮາກຖານການສຶກສາ”.

        ໃນຂອບເຂດພິທີຍ້ອງຍໍຊົມເຊີຍ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຍັງໄດ້ຈັດຕັ້ງການສະຫຼຸບ ແລະ ມອບລາງວັນການເສັງ “ໄວໜຸ່ມຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ປີ 2020 ອີກດ້ວຍ.  


ຕອບກັບ

ຂ່າວ/ບົດ​ອື່ນ