ຍ້ອງຍໍຊົມເຊີຍແບບຢ່າງຊາວໜຸ່ມຊົນເຜົ່າສ່ວຍໜ້ອຍ

(VOVWORLD) - ຕອນຄ່ຳວັນທີ 12 ກໍລະກົດ, ທີ່ບ້ານ ອຽນແທ່ງ, ຕາແສງ ລຸກຢ້າ, ເມືອງ ກອນກວງ ແຂວງ ເງະອານ, ຄະນະປະຈຳຄະນະຊາວໜຸ່ມ, ຄະນະເລຂາສະຫະພັນຊາວໜຸ່ມແຂວງ ເງະອານ
ຍ້ອງຍໍຊົມເຊີຍແບບຢ່າງຊາວໜຸ່ມຊົນເຜົ່າສ່ວຍໜ້ອຍ - ảnh 1 ພິທີຍ້ອງຍໍຊົມເຊີຍແບບຢ່າງຊາວໜຸ່ມຊົນເຜົ່າສ່ວນໜ້ອຍແຂວງ ເງະອານ ປີ 2018 (ພາບ: TTXVN)

ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍແບບຢ່າງຊາວໜຸ່ມຊົນເຜົ່າສ່ວນໜ້ອຍແຂວງ ເງະອານ ປີ 2018 25 ຄົນ ແລະ ລາຍການພົບປະແລກປ່ຽນ “ເດີນຕາມຮອຍຕີນອາສາສະໝັກ”.

        ກ່າວຄຳເຫັນທີ່ພິທີ, ທ່ານ ຈູດຶກທ໊າຍ ຮອງເລຂາຄະນະຊາວໜຸ່ມແຂວງ ເງະອານ ໄດ້ຍ້ອງຍໍ, ຮັບຮູ້ຄວາມມານະພະຍາຍາມສູ້ຊົນ, ການປະກອບສ່ວນຂອງພະນັກງານ, ສະມາຊິກຊາວໜຸ່ມ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍໃນໄລຍະຜ່ານມາ. ໃນໄລຍະຈະມາເຖິງ ບັນດາສະມາຊິກຊາວໜຸ່ມ, ຊາວໜຸ່ມເວົ້າລວມ, ຊາວໜຸ່ມບັນດາຊົນເຜົ່າສ່ວນໜ້ອຍເວົ້າສະເພາະຈະສືບຕໍ່ຍູ້ແຮງຂະບວນການຮ່ຳຮຽນ ແລະ ປະຕິບັດຕາມຄຳບອກສອນຂອງປະທານ ໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ