ຍານອາວະກາດ Orion ກັບມາໜ່ວຍໂລກ, ສິ້ນສຸດພາລະກຳ Artemis 1

(VOVWORLD) -ຍານອາວະກາດ Orion - ນຳເອົາຮູບຈຳລອງ (ຈຳລອງນັກບິນລວມມີ 3 ຄົນ) ໄດ້ເຊື່ອມຕໍ່ລະບົບວັກແຖກ - ລົງເຂດທະເລມະຫາສະໝຸດປາຊີຟິກ ຢູ່ນອກຝັ່ງທະເລເກາະ Baja California (ເມັກຊີໂກ) ໃນເວລາ 9 ໂມງ 40 ນາທີ ຂອງວັນທີ 11 ທັນວາ (ຕາມເວລາມະຫາສະໝຸດປາຊີຟິກ).
ຍານອາວະກາດ Orion ກັບມາໜ່ວຍໂລກ, ສິ້ນສຸດພາລະກຳ Artemis 1 - ảnh 1 ຍານອາວະກາດ Orion
(ພາບ: AFP/TTXVN)

        ຍານອາວະກາດ Orion ກັບມາໜ່ວຍໂລກ ພາຍຫຼັງບິນອ້ອມດວງຈັນເປັນ 25 ວັນ, ສິ້ນສຸດພາລະກຳພະຈົນໄພດວງພະຈັນມີຊື່ວ່າ Artemis 1 ຂອງອົງການການບິນ ແລະ ອາວະກາດ ອາເມລິກາ (NASA). ຍານອາວະກາດ Orion - ນຳເອົາຮູບຈຳລອງ (ຈຳລອງນັກບິນລວມມີ 3 ຄົນ) ໄດ້ເຊື່ອມຕໍ່ລະບົບວັກແຖກ - ລົງເຂດທະເລມະຫາສະໝຸດປາຊີຟິກ ຢູ່ນອກຝັ່ງທະເລເກາະ Baja California (ເມັກຊີໂກ) ໃນເວລາ 9 ໂມງ 40 ນາທີ ຂອງວັນທີ 11 ທັນວາ (ຕາມເວລາມະຫາສະໝຸດປາຊີຟິກ).

        ຍານອາວະກາດ Orion ໄດ້ຍິງຂຶ້ນວົງໂຄຈອນໃນວັນທີ 16 ພະຈິກ ຈາກສູນຍານອາວະກາດ Kennedy, ລັດ Florida (ອາເມລິກາ). ການບິນສຳຄັນຄັ້ງນີ້ເພື່ອຕີລາຄາປະສິດທິຜົນການເຄື່ອນໄຫວຂອງບັນດາລະບົບໃນຍານອາວະກາດ ແລະ ຮັບປະກັນວ່າ Orion ມີຄວາມປອດໄພເພື່ອຂົນສົ່ງນັກບິນໃຫ້ການເດີນທາງໄປຍັງດວງຈັນ.

        ໂຄງການ Artemis ແມ່ນຄວາມມານະພະຍາຍາມຂອງ NASA ເພື່ອນຳມະນຸດກັບຄືນດວງຈັນ, ພາຍຫຼັງໂຄງການ Apollo ປິດລົງກ່ອນນີ້ 50 ປີ. NASA ວາງເປົ້າໝາຍນຳມະນຸດກັບຄືນດວງຈັນ ກ່ອນປີ 2030 ແລະ ສ້າງຕັ້ງຖານທີ່ໝັ້ນຢ່າງໝັ້ນຄົງຢູ່ທີ່ນີ້ ເພື່ອສ້າງພື້ນຖານໃຫ້ການປະຈົນໄພດາວພະອັງຄານ ໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ