ຍາມ​ໃດ ສ​ປ​ຊ ກໍ່​ແມ່ນ​ບຸ​ລິ​ມະ​ສິດ ໃນ​ນະ​ໂຍ​ບາຍ​​ການຕ່າງ​ປະ​ເທດຂອງ​ຫວຽດ​ນາມ

(VOVWORLD) -ຕອນບ່າຍວັນທີ 21 ຕຸລາ, ຢູ່ສຳນັກງານ ລັດຖະບານ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳຫວຽດນາມ ພ້ອມກັບຜູ້ຕາງໜ້າເຈົ້າໜ້າທີ່ ສປຊ ບາງຄົນຢູ່ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ ສປຊ ຄືວັນທີ 24 ຕຸລາ.
ຍາມ​ໃດ ສ​ປ​ຊ ກໍ່​ແມ່ນ​ບຸ​ລິ​ມະ​ສິດ ໃນ​ນະ​ໂຍ​ບາຍ​​ການຕ່າງ​ປະ​ເທດຂອງ​ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກມອບຂອງຂວັນທີ່ເປັນທີ່ລະນຶກໃຫ້ແກ່ທ່ານ  Kamal Malhotra ຜູ້ປະສານງານຂອງ ສປຊ ປະຈຳຫວຽດນາມ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັງຢືນວ່າ ຍາມໃດ ສປຊ ກໍ່ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດ ຂອງ ຫວຽດນາມ, ພ້ອມທັງເນັ້ນໜັກວ່າ: ຫວຽດນາມຍາມໃດກໍ່ມີຄວາມເຄົາລົບນັບຖື, ສະໜິດຕິດພັນ ມີໄມຕີຈິດມິດຕະພາບຕໍ່ ສປຊ, ດັ່ງນັ້ນໃນປີນີ້, ຢູ່ບັນດາວາລະປຶກສາຫາລືຂອງ ສະມັດຊາໃຫຍ່ ສປຊ, ເປັນຄັ້ງທຳອິດທີ່ມີທັງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນລ້ວນແຕ່ມີສານຢັ້ງຢືນບົດບາດຂອງ ສປຊໃນການແກ້ໄຂບັນດາບັນຫາທົ່ວໂລກ.

ສ່ວນທ່ານ Kamal Malhotra ໄດ້ສະແດງຄວາມເສົ້າສະຫຼົດໃຈຊຸດຊຶ້ງໄປຍັງປະຊາຊົນເຂດພາກກາງຫວຽດນາມ ທີ່ພວມໄດ້ຮັບຜົນເສຍຫາຍຢ່າງໜັ້ກໜ່ວງໂດຍຝົກຕົກ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນກໍ່ຂຶ້ນ. ທ່ານ Kamal Malhotra ກໍ່ຕີລາຄາສູງ ຫວຽດນາມໃນຖານະເປັນປະທານ ສະພາຄວາມໝັ້ນຄົງ ສປຊ ໃນ ເດືອນມັງກອນທີ່ຜ່ານມາ ແລະ ໃນປີທຳອິດຂອງອາຍຸການ 2020 – 2021 ໃນຖານະຕຳແໜ່ງເປັນກຳມະການບໍ່ປະຈຳການຂອງ ສະພາຄວາມໝັ້ນຄົງ ສປຊ, ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການປົກປັກຮັກສາ ລັດທິຫຼາຍຝ່າຍ, ປະຕິບັດໜ້າທີ່ປົກປັກຮັກສາສັນຕິພາບຂອງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ