ຍາມໃດ ຫວຽດນາມ ກໍ່ຖືມະນຸດເປັນໃຈກາງ, ແມ່ນເຈົ້າກຳ ແລະ ກຳລັງໜູນຂອງວິວັດການພັດທະນາ

(VOVWORLD) - ທ່ານຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືມະນຸດເປັນໃຈກາງ, ແມ່ນເຈົ້າກຳ ແລະ ກຳລັງໜູນຂອງວິວັດການພັດທະນາ.
ຍາມໃດ ຫວຽດນາມ ກໍ່ຖືມະນຸດເປັນໃຈກາງ, ແມ່ນເຈົ້າກຳ ແລະ ກຳລັງໜູນຂອງວິວັດການພັດທະນາ - ảnh 1 ທີ່ການຕ້ອນຮັບ
(ພາບ: TTXVN)

        ວັນທີ 06 ພະຈິກ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ໂດ້ຮຸ່ງຫວຽດ ໄດ້ຕ້ອນຮັບທ່ານ Surya Deva, ນັກປະຖະກະຖາພິເສດຂອງສະຫະປະຊາຊາດກ່ຽວກັບສິດພັດທະນາ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ແຕ່ວັນທີ 06 – 15 ພະຈິກ.

        ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ໂດ້ຮຸ່ງຫວຽດ ໄດ້ຊົມເຊີຍນັກປະຖະກະຖາພິເສດໄດ້ນຳສະເໜີວ່າ ຫວຽດນາມ ແມ່ນປະເທດທຳອິດມາຢ້ຽມຢາມ ພາຍຫຼັງທີ່ສະພາສິດທິມະນຸດສະຫະປະຊາຊາດໄດ້ແຕ່ງຕັ້ງ. ທ່ານ ໂດ້ຮຸ່ງຫວຽດ ແບ່ງປັນວ່າ, ວິທີສຳພັດຂອງ ຫວຽດນາມ ແມ່ນ, ຍາມໃດກໍ່ເຄົາລົບ, ປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ; ທ່ານຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຖືມະນຸດເປັນໃຈກາງ, ແມ່ນເຈົ້າກຳ ແລະ ກຳລັງໜູນຂອງວິວັດການພັດທະນາ. ປະຈຸບັນ, ຫວຽດນາມ ພວມໃຫ້ບຸລິມະສິດສູງແກ່ວຽກງານປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ດ້ວຍຄວາມມານະພະຍາຍາມຫຼາຍຢ່າງໃນການຫຼຸດຜ່ອນຄວາມທຸກຍາກຫຼາຍແງ່ມູມແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ສະນັ້ນ, ທ່ານຮອງລັດຖະມົນຕີ ສະແດງຄວາມເຊື່ອໝັ້ນວ່າ, ການຢ້ຽມຢາມແມ່ນກາລະໂອກາດທີ່ດີເພື່ອແບ່ງປັນບົດຮຽນ, ບັນດາສິ່ງທ້າທາຍ, ບຸລິມະສິດ ແລະ ຄວາມຕ້ອງການຮ່ວມມືຂອງ ຫວຽດນາມ ໃນບັນຫາດັ່ງກ່າວ.

        ສ່ວນນັກປະຖະກະຖາພິເສດ Surya Deva, ຕີລາຄາສູງບັນດາຂໍ້ລິເລີ່ມຂອງ ຫວຽດນາມ ໃນຖານະຕຳແໜ່ງສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025 ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບໃນ ກົນໄກສຳຫຼວດກວດກາປະຈຳໄລຍະກ່ຽວກັບສິດທິມະນຸດ (UPR). ທ່ານສະແດງຄວາມປາດຖະໜາວ່າ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນຢູ່ສະພາສິດທິມະນຸດສະຫະປະຊາຊາດ ແລະ ປະກອບສ່ວນຊຸກຍູ້ການຜັນຂະຫຍາຍສິດພັດທະນາຢູ່ ຫວຽດນາມ ແລະ ໃນໂລກໃຫ້ບັນລຸປະສິດທິຜົນດີກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ