ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ, ສະຫງວນບຸລິມະສິດອັນດັບໜຶ່ງໃຫ້ແກ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ

(VOVWORLD) -ທ່ານເລຂາທິກາໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ, ສະຫງວນບຸລິມະສິດອັນດັບໜຶ່ງໃຫ້ແກ່ສາຍພົວພັນແບບພິ້ເສດ ຫວຽດນາມ - ລາວ ແລະ ຍາມໃດກໍ່ສະໜັບສະໜູນຢ່າງແຮງ, ຮອບດ້ານແກ່ພາລະກິດແຫ່ງການປ່ຽນແປງຂອງ ລາວ.
ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ, ສະຫງວນບຸລິມະສິດອັນດັບໜຶ່ງໃຫ້ແກ່ສາຍພົວພັນແບບພິເສດ ຫວຽດນາມ - ລາວ - ảnh 1(ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ລາວ)

ຕອນບ່າຍວັນທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໂດຍທ່ານ ບຸນທອງ ຈິດມະນີ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ລາວ ນຳໜ້າ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2022) ແລະ  45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (17 ກໍລະກົດ 1977 – 18 ກໍລະກົດ 2022).

        ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ອວຍພອນບັນດາຜົນງານທີ່ໃຫຍ່ຫຼວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດເຊິ່ງພັກ, ລັດ ແລະ ປະຊາຊົນລາວ ທີ່ຍາດມາໄດ້ໃນໄລຍະຜ່ານມາ; ຂອບໃຈຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງເຊິ່ງ ລາວ ໄດ້ສະຫງວນໃຫ້ແກ່ ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ. ທ່ານເລຂາທິກາໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ, ສະຫງວນບຸລິມະສິດອັນດັບໜຶ່ງໃຫ້ແກ່ສາຍພົວພັນແບບພິ້ເສດ ຫວຽດນາມ - ລາວ ແລະ ຍາມໃດກໍ່ສະໜັບສະໜູນຢ່າງແຮງ, ຮອບດ້ານແກ່ພາລະກິດແຫ່ງການປ່ຽນແປງຂອງ ລາວ.

        ການນຳ 2 ປະເທດ ເນັ້ນໜັກວ່າ, 2 ຝ່າຍພ້ອມກັນສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ພັກ, 2 ລັດຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນບົດຮຽນໃນການວາງແຜນທິດທາງ ແລະ ຜັນຂະຫຍາຍການປະຕິບັດພາລະກິດສ້າງສາ ແລະ ພັດທະນາປະເທດຊາດ, ນຳການພົວພັນຮ່ວມມື 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ບັນລຸປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ