ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ ອູຣູກວາຍ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ອູຣູກວາຍ ສືບຕໍ່ມີສຽງເວົ້າສະໜັບສະໜູນ ເພື່ອຊຸກຍູ້ວິວັດການໃຫ້ຄຳປຶກສາພາຍໃນລະຫວ່າງບັນດາສະມາຊິກກຸ່ມຕະຫຼາດລວມ ອາເມລິກາໃຕ້
ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ ອູຣູກວາຍ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ Luis Lacalle Pou)

        ໃນຂອບເຂດການຢ້ຽມຢາມ ສ. ອູຣູກວາຍ ຢ່າງເປັນທາງການ, ຕອນເຊົ້າວັນທີ 27 ເມສາ, ຢູ່ນະຄອນຫຼວງ Montevideo, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານາທິບໍດີ Luis Lacalle Pou.

        ທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບ ອູຣູກວາຍ; ສະເໜີໃຫ້ ອູຣູກວາຍ ສືບຕໍ່ມີສຽງເວົ້າສະໜັບສະໜູນ ເພື່ອຊຸກຍູ້ວິວັດການໃຫ້ຄຳປຶກສາພາຍໃນລະຫວ່າງບັນດາສະມາຊິກກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR) ແລະ ພ້ອມກັບ ຫວຽດນາມ ເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີ ຫວຽດນາມ - MERCOSUR ໃຫ້ສຳເລັດໂດຍໄວ, ເພື່ອເປີດກວ້າງ ແລະ ຍົກສູງການແລກປ່ຽນການຄ້າ 2 ຝ່າຍໃຫ້ສອດຄ່ອງກັບລະດັບການພົວພັນດ້ານການເມືອງອັນດີງາມຂອງ 2 ປະເທດ.

        ສ່ວນທ່ານປະທານາທິບໍດີ Luis Lacalle Pou ປາດຖະໜາວ່າ, 2 ຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມສຳພັນ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກະຊວງ, ຂະແໜງການ, ພົບປະແລກປ່ຽນປະຊາຊົນ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກວ່າອີກ. ທ່ານສະແດງຄວາມປາດຖະໜາວ່າ ຫວຽດນາມ ຈະມີສຽງເວົ້າສະໜັບສະໜູນ ອູຣູກວາຍ ເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ເປີດສະຖານທູດ ຫວຽດນາມ ປະຈຳ Montevideo, ອູຣູກວາຍ ໂດຍໄວ…

        ຕໍ່ຈາກນັ້ນ, ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ໄດ້ຕ້ອນຮັບທ່ານຜູ້ຮັກສາການລັດຖະມົນຕີການຕ່າງປະເທດ ອູຣູກວາຍ Nicolas Albertoni; ຕ້ອນຮັບຜູ້ຮັກສາການເຈົ້າຂອງນະຄອນ Montevideo Mauricio Zunino ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ