ຍາມໃດພັກ, ລັດ ກໍ່ເອົາໃຈໃສ່ເບິ່ງແຍງດູແລຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ

ຍາມໃດພັກ, ລັດ ກໍ່ເອົາໃຈໃສ່ເບິ່ງແຍງດູແລຄອບຄົວທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ)

​(vovworld) –  ຍາມ​ໃດ​ພັກ, ລັດ ກໍ່​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​​ດູ​ແລຄອບຄົວ​ທຸກ​ຍາກ, ຜູ້​ປະສົບ​​ກັບ​ຄວາມ​ຫຍຸ້ງຍາກ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ຄື​ດັ່ງກ່າວທີ່​ກອງ​ປະຊຸມ​ສະຫຼຸບຂະ​ບວນການ “ບຸນປີ​ໃໝ່​ເພື່ອ​ຄົນ​ທຸກ​ຍາກ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ​ດີ​ໂອ​ຊິນ ປີ​ມະ​ແມ 2015”, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 14/04, ຢູ່​ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ​ປາດ​ຖະໜາ​ວ່າ ວຽກ​ງານ​​ກຸສົນ, ມະນຸດສະທຳ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ປະສົບ​ຜົນສຳ​ເລັດ​ກວ່າ​ອີກ, ​ເໝາະ​ສົມກັບ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ແລະ ມູນ​ເຊື້ອ​ຂອງ​ຊາດ​ຫວຽດນາມ.

        “ພ້ອມ​ກັບ​ການ​ສົ່ງ​​ເສີມ​ສ້າງ​ຄວາມ​ຮັ່ງມີ​ຢ່າງ​ຖືກ​ຕ້ອງຕາມ​ກົດໝາຍ, ຊອບ​ທຳ, ຍາມ​ໃດ​ພັກ, ລັດ ກໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົ​ມ, ​ເບິ່ງ​ແຍງ​ດູ​ແລ​ໃຫ້​ຄົນ​ທຸກ​ຍາກ, ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ນີ​ແມ່ນ​ໜ້າ​ທີ່​ຍາວ​ນານ ​ແລະ ສູງ​ສົ່ງ, ຕ້ອງ​ໄດ້​ປຸກລະດົມ​, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ແລະ ຕັ້ງ​ໜ້າ​ຂອງ​ທົ່ວ​ສັງຄົມ. ສະ​ນັ້ນ, ອົງຄະ​ນະ​ພັກທຸກ​ຂັ້ນ​, ອຳນາດ​ການ​ປົກຄອງ, ບັນດາອົງການຈັດ​ຕັ້ງ ​ແລະ ທົ່ວ​ສັງຄົມ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ສືບ​ຕໍ່​ສົມທົບ​ກັນ, ສ້າງ​ເງື່ອນ​ໄຂ​ໃຫ້​ສະພາ​ກາ​ແດງ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແກ່ນສານ​ໃນ​ການ​ເຄື່ອນ​ໄຫວ​ມະນຸດສະທຳ​ເປັນ​ຢ່າງ​ດີກ​ວ່າ​ອີກ. ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ອົງກາ​ນຈັດ​ຕັ້ງ, ສ່ວນ​ບຸກຄົນ, ວິ​ສາ​ຫະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ ຕັ້ງ​ໜ້າ​ສະໜັບສະໜູນ​ແຫຼ່ງກຳລັງ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ມະນຸດສະທຳ ​ເພື່ອ​ໃຫ​້ຄົນທຸກ​ຍາກ, ຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ນັບ​ມື້​ນັບມີຫຼາຍ​ຄົນໄດ້​ຮັບ​ການ​ໜູນ​ຊ່ວຍ, ບື່ນຕົວ​ຂຶ້ນ​ໃນ​ຊີວິດ​ປະຈຳ​ວັນ”.

        ​ໃນ​ໂອກາດ​ຕ້ອນຮັບ​ບຸນປີ​ໃໝ່ ປີ​ມະ​ແມ 2015 ຜ່ານ​ມາ, ສະພາກາ​ແດງ ​ໄດ້​ຂົນຂວາຍ ​ແລະ ມອບ​ຂອງຂວັນ​ເກືອບ 2 ລ້າ​ນພູດ, ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 720 ຕື້​ດົງ. ນີ​ແມ່ນ​ຂອງຂວັນ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຂອງ​ບັນດາ​ອົງການ, ສ່ວນ​ບຸກຄົນ, ວິ​ສາ​ຫະກິດ ​ແລະ ທົ່ວ​ສັງຄົມ​ສຳລັບ​ວຽກ​ງານ​ກຸສົນມະນຸດສະທຳ ​​ໃຫ້ແກ່​ຄົນ​ທຸກ​ຍາກ ​ແລະ ຜູ້​ປະສົບ​ກັບ​ຄວາມ​ຫຍຸງ​ຍາກ.

ຂ່າວ/ບົດ​ອື່ນ