ຍ​າມ​ໃດລັດ​ຖະ​ບານກໍ່​ຮ່ວມ​ເດີນ​ທາງ​ພ້ອມກັບ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ຕອນບ່າຍວັນທີ 13 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ມີການພົບປະກັບບັນດານັກທຸລະກິດໜຸ່ມທີ່ດີເດັນຂຶ້ນກັບສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ແລະ ສະໂມສອນນັກທຸລະກິດ ຊາວດໍ.
ຍ​າມ​ໃດລັດ​ຖະ​ບານກໍ່​ຮ່ວມ​ເດີນ​ທາງ​ພ້ອມກັບ​ນັກ​ທຸ​ລະ​ກິດ, ວິ​ສາ​ຫະ​ກິດ - ảnh 1ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ໄດ້ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN) 

 ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນນັກທຸລະກິດ ຫວຽດນາມ ຄືວັນທີ 13 ຕຸລາ, ຕອນບ່າຍວັນທີ 13 ຕຸລາ, ຢູ່ສຳນັກງານລັດຖະບານ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ໄດ້ມີການພົບປະກັບບັນດານັກທຸລະກິດໜຸ່ມທີ່ດີເດັນຂຶ້ນກັບສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ແລະ ສະໂມສອນນັກທຸລະກິດ ຊາວດໍ.

ກ່າວຄຳເຫັນທີ່ການພົບປະ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ພັກ ແລະ ລັດ ຖືວ່າ “ເສດຖະກິດເອກະຊົນແມ່ນກຳລັງໜູນທີ່ສຳຄັນເພື່ອພັດທະນາເສດຖະກິດທົ່ວປະເທດ”, ຍາມໃດ ລັດຖະບານກໍ່ສະໜັບສະໜູນ, ຮ່ວມເດີນທາງພ້ອມກັບນັກທຸລະກິດ, ວິສາຫະກິດເພື່ອພ້ອມກັນສ້າງບັນດາຄຸນຄ່າທີ່ດີງາມໃຫ້ແກ່ສັງຄົມ. ຕາມທ່ານ ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງແລ້ວ, ໃນສະພາບການເສດຖະກິດສັງຄົມຄືໃນປັດຈຸບັນ, ຮຽກຮ້ອງໃຫ້ນັກທຸລະກິດ, ວິສາຫະກິດຕ້ອງມີການປ່ຽນແປງໃໝ່, ປະດິດຄິດສ້າງຢ່າງບໍ່ຢຸດຢັ້ງ ເພື່ອຍົກສູງກຳລັງຄວາມສາມາດໃນການແກ້ງແຍ້ງ, ຊ່ວຍໃຫ້ຫວຽດນາມມີຄວາມໝັ້ນໃຈເຊື່ອມໂຍງເຂົ້າກັບສາກົນ.

        ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ສະເໜີໃຫ້ສະໂມສອນນັກທຸລະກິດ ຊາວດໍສືບຕໍ່ຮ່ວມເດີນທາງ ແລະ ໜູນຊ່ວຍ ບັນດາການເຄື່ອນໄຫວຂອງຂະບວນການນັກທຸລະກິດໜຸ່ມ, ຂະບວນການຊາວໜຸ່ມໃນໄລຍະຈະມາເຖິງໃຫ້ຫຼາຍກ່ວາອີກ ເພື່ອສ້າງກຳລັງແຮງສາມັກຄີ, ພ້ອມກັນພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ