ຍາມໃດຫວຽດນາມກໍຖືສະຫະພັນລັດເຊຍແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ

ຍາມໃດຫວຽດນາມກໍຖືສະຫະພັນລັດເຊຍແມ່ນບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດ - ảnh 1
(ທ່ານ​​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຕ້ອນ​ຮັບ ປະ​ທານ​ກຸ່ມສະ​ມາ​ຊິກ​​​ລັດ​ຖະ​ສະ​ພາມິດ​ຕະ​ພາບສະ​ຫະ​ພັນ​ລັດ​ເຊຍ)

(vovworld) - ຕອນ​ບ່າຍ​ວັນ​ທີ 14/12, ຢູ່​ຮ່າ​ໂນ້ຍ, ທ່ານ​​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ, ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກຸ່ມ​ສະ​ມາ​ຊິກລັດ​ຖະ​ສະ​ພາ​​ມິດ​ຕະ​ພາບ​ກັບ​ຫວຽດ​ນາມ ຂອງ​ສະ​ພາ​ສະ​ຫະ​ພັນ​ລັດ​ເຊຍ ໂ​ດຍ​ທ່ານ A. Volkov ເປັນ​ປະ​ທານ​ກຸ່ມສະ​ມາ​ຊິກ​​​ລັດ​ຖະ​ສະ​ພາມິດ​ຕະ​ພາບນຳ​ໜ້າ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທ່ານ​​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຢືນ​ຢັນ​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ສະ​ຫະ​ພັນ​ລັດ​ເຊຍ ແລະ ຍາມ​ໃດ​ກໍ​ຖື​ສະ​ຫະ​ພັນ​ລັດ​ເຊຍ ແມ່ນ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດຂອງ​ຕົນ. ທ່ານ​ນາງຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ປາດ​ຖ​ະ​ໜາ​ວ່າ, ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືກວ່າ​ອີກ, ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ສ້າງ​ກົດ​ໝາຍ ກໍ​ຄື​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ເປັນ​ປະ​ຈຳ; ພ້ອມ​ທັງ​​ຕັ້ງ​ໜ້າສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ 2 ປະ​ເທດ ເພື່ອ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ທີ່​ໄດ້​ຮັບ​ການ​ລົ​ງ​ນາມ​ແລ້ວ.

      ສ່ວນ​ທ່ານ A. Volkov, ​ປະ​ທານ​ກຸ່ມສະ​ມາ​ຊິກ​​​​​ລັດ​ຖະ​ສະ​ພາມິດ​ຕະ​ພາບກັບ​ຫວຽດ​ນາມ ສະ​ແດງ​ຄວາມ​ເຊື່ອ​ໝັ້​ນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, 2 ກຸ່ມ​ສະ​ມາ​ຊິກ​​​ລັດ​ຖະ​ສະ​ພາ​ມິດ​ຕ​ະ​ພາບ​ຂອງ 2 ປະ​ເທດ ຈະ​ສືບ​ຕໍ່​ເພີ່ມ​ທ​ະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ​່ຽນ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ປະ​ກອບ​ສ່ວນ​ຕັ້ງ​ໜ້າເຂົ້າ​ໃນ​ການຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ, 2 ປະ​ເທດ.

ຂ່າວ/ບົດ​ອື່ນ