ຍາມໃດຫວຽດນາມກໍ່ພ້ອມແລ້ວທີ່ຈະຕ້ອນຮັບບັນດາອະດີດນັກຮົບອາເມລິກາມາຢ້ຽມຢາມ

ຍາມໃດຫວຽດນາມກໍ່ພ້ອມແລ້ວທີ່ຈະຕ້ອນຮັບບັນດາອະດີດນັກຮົບອາເມລິກາມາຢ້ຽມຢາມ - ảnh 1
(ພາບປະກອບ: news.zing.vn)

(vovworld) – ວັນ​ທີ 25/03, ທີ່​ການ​ຕ້ອນຮັບ​ຄະນະ​ອະດີດ​ນັກຮົບ​ໃນປາງ​ສົງຄາມ​ຢູ່​​ຕ່າງປະ​ເທດ (VFW) ຂອງ​ອາ​ເມ​ລິ​ກາ ມາ​ຢ້ຽມຢຽມຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 24 – 28/03, ທ່ານ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຫວູຊວນ​ຮົ່ງ ​ໄດ້​ສົມ​ເຊີຍ​ຄະນະ​ຜູ້​ແທນ​ມາ​ຢ້ຽມຢາມ​ຫວຽດນາມ, ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ພ້ອມ​ແລ້ວ​ທີ່​ຈະ​ຕ້ອນຮັບ​ບັນດາ​ອະດີດ​ນັກຮົບ​ອາ​ເມ​ລິ​ກາ ມາ​ຢ້ຽມຢາມ. ທ່ານ​ປະທານ ຫວູຊວນ​ຮົ່ງ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ບັນດາ​ສະມາຊິກ​ຂອງ VFW ​ເອົາ​ໃຈ​ໃສ່​ກວ່າ​ອີກ​ເຖິງ​ການ​ແລກປ່ຽນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດລະຫວ່າງ​ບັນດາ​ອົງການ, ສ່ວນບຸກຄົນ​ອະດີດ​ນັກຮົບ 2 ປະ​ເທດ, ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ 2 ຝ່າຍ, ຄວາມ​ຕ້ອງການ​ມະນຸດສະທຳ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມຢູ່​ຫວຽດນາມ ຄື: ​ບັນ​ຫາລະ​ເບີ​ດ, ວັດຖຸ​ລະ​ເບີດ, ທາດ​ພິດ​ສີ​ສົ້ມ​ດີ​​ໂອຊິນ, ຜ່ານ​ນັ້ນ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດ​ຕະພາບ​ລະຫວ່າງ​ປະຊາຊົນ ​ແລະ ອະດີດ​ນັກຮົບ 2 ປະ​ເທດ​ຫວຽດນາມ - ອາ​ເມ​ລິ​ກາ ກວ່າ​ອີກ, ​ເພື່ອ​ແນ​ໃສ່​ກະທົບ​ເຖິງ​ວົງ​ການ​ການ​ເມືອງ ​ແລະ ຫາງ​ສຽງ​ອາ​ເມ​ລິ​ກາ ​ໃນ​ການ​ສະໜັບສະໜູນ​ຫວຽດນາມ ​ເຂົ້າ​​ເປັນ​ສະມາຊິກ​ສັນຍາຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ​ແລະ ມຸ່ງ​ໄປ​ເຖິງ​ພິທີສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນສ້າງການ​ພົວພັນ​ເປັນ​ປົກ​ກະຕິລະຫວ່າງຫວຽດນາມ - ອາ​ເມ​ລິ​ກາ ​.

        ທີ່​ການ​ຕ້ອນຮັບ, ທ່ານ Hohn Buedrzycki, ຮອງ​​ຜູ້ບັນຊາ​ການ​ໃຫຍ່​ຜູ້ທີ່​ໜຶ່ງຂອງ VFW, ສະ​ແດງ​ຄວາມ​ຕື້ນ​ຕັນ​ໃຈ ​ເມື່ອ​​ໄດ້ມາ​ຢ້ຽມຢາມ​ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ວ່າ.

        “ຂ້າພ​ະ​ເຈົ້າ​ໄດ້​ເຫັນ​ປະຈັກ​ຕາການ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ນະຄອນ​ນີ້, ຮູ້​ສື​ກ​ໄດ້​ນ້ຳ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ, ​ກໍ່​ຄື​ບັນດາຜົນງານ​ດ້ານເສດຖະກິດ, ສັງຄົມ​ຂອງ​ຫວຽດນາມ ​ໃນ​ປະຈຸ​ບັນ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ຫວຽດນາມ ​ໄດ້​ກາຍ​ເປັນຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ທີ່​ສຳຄັນ​ຂອງ​ພວກ​ຂ້າພະ​ເຈົ້າ”.

ຂ່າວ/ບົດ​ອື່ນ