ຍາມໃດຫວຽດນາມກໍສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນເຄື່ອນໄຫວສາສະໜາຢ່າງເສລີຕາມກົດໝາຍ

ຍາມໃດຫວຽດນາມກໍສ້າງເງື່ອນໄຂສະດວກເພື່ອໃຫ້ປະຊາຊົນເຄື່ອນໄຫວສາສະໜາຢ່າງເສລີຕາມກົດໝາຍ - ảnh 1
(ຍາມໃດຫວຽດນາມກໍສ້າງເງື່ອນໄຂສະດວກ
ເພື່ອໃຫ້ປະຊາຊົນເຄື່ອນໄຫວສາສະໜາຢ່າງເສລີຕາມກົດໝາຍ)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິທີ​ຕ້ອນຮັບ​ພະ​ອົງ Jeffrey R. Holland  ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ບັນ​ດາ​ນິ​ກາຍ​ສາ​ສະ​ໜາ​ຄິຼດ ​ແລະ ບັນດາສະມາຊິກ​ໃນຄະນະ​​ຕອນ​ບ່າຍ​ວັນ​ທີ 17/08, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເລ​ບ໋າ​ຈິ່ງ ​ເນັ້ນ​ໜັກ​ວ່າ​: ຫວຽດນາມ ​ແມ່ນ​ປະ​ເທດ​ມີການ​ເຫຼື້ອມ​ໄສ​ເຊື່ອ​ຖືຫຼາຍ​, ສາ​ສະໜາ ​ແລະ ບັນດາສາ​ສະ​ໜາ​ລ້ວນ​ແຕ່​ດຳ​ລົງຊີວິດຢ່າງ​ປ່ອງ​ດອງ​ກັນ ​ໃນ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ. ຍາມ​ໃດ​ລັດ​ຫວຽດນາມ ກໍ​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ຊາວ ຫວຽດນາມ ​ເຄື່ອນ​ໄຫວ​ເຊື່ອ​ຖື​ສາສະໜາ​ຢ່າງ​ເສລີ ຖືກ​ຕາມ​ກົດໝາຍ, ສົ່ງ​ເສີມ​ບັນດາ​ສາສະໜາ​ເຂົ້າ​ຮ່ວມ​ການ​ປະກອບສ່ວນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ລວມຂອງ​ສັງຄົມ, ສາມັກຄີ​ສ້າງ​ຊີວິດ​ຢູ່​ໃນ​ສິນ​ກິນ​ໃນທຳ. ຕີ​ລາຄາ​ສູງ​ບັນດາ​ພະ​ທຳ​ຂອງ​ສະມາ​ສາ​ສະໜາ ​ມຸ່ງ​ໄປ​ເຖິງວັດ​ທະ​ທຳ​ມະນຸດ, ຄຸນ​ສົມບັດ, ປະກອບສ່ວນ​ສ້າງ​ສັງຄົມ​ໃຫ້​ເປັນ​ລະບຽບ​ຮຽບຮ້ອຍ, ທ່ານ ເລ​ບ໋າ​ຈິ່ງ ປາດ​ຖະໜາ​ວ່າ, ​ພະ​ອົງ Jeffrey R. Holland  ຈະ​ສືບ​ຕໍ່​​ແລກປ່ຽນ​ກັບ​ບັນດາ​ສະມາຊິກ​ລັດຖະສະພາ, ​ເພື່ອນ​ມິດ ​ແລະ ນັກ​ການ​ເມືອງ​ອາ​ເມ​ລິ​ກາ ​ເພື່ອ​ມີ​ຄວາມ​ເຂົ້​າ​ໃຈ​ກ່ຽວ​ກັບ​ຫວຽດນາມ​ ກວ່າ, ສືບ​ຕໍ່​ມີ​ການ​ປະກອບສ່ວນ​ເພື່ອ​ເພີ່ມ​ທະວີ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ.

ສ່ວນພະ​ອົງ Jeffrey R. Holland  ຢືນຢັນ​ວ່າ: ​ເມື່ອ​ກັບ​ເມືອ​ປະ​ເທດ, ທ່ານ​ຈະ​ແມ່ນ​ທູດ​ຂອງ​ຫວຽດນາມ ​ຢູ່​ອາ​ເມ​ລິ​ກາ ​ແລະ ຈະສືບ​ຕໍ່​ມີບັນດາ​ການ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດຫວຽດນາມ - ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ