ຍາມໃດຫວຽດນາມກໍສ້າງເງື່ອນໄຂເພື່ອໃຫ້ບັນດາສາສະຫນາເສີມຂະຫຍາຍບັນດາຄຸນຄ່າຕັ້ງຫນ້າ

ຍາມໃດຫວຽດນາມກໍສ້າງເງື່ອນໄຂເພື່ອໃຫ້ບັນດາສາສະຫນາເສີມຂະຫຍາຍບັນດາຄຸນຄ່າຕັ້ງຫນ້າ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບີງ​ມີງ
ຕ້ອນ​ຮັບ​  ທ່ານ Antoine Camileri ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສຳ​ນັກ​ ​ວາ​ຕີ​ກັງ
photo:chinhphu.vn


(vovworld)- ຕອ​ນ​ບ່າ​ຍວ​ັນ​ທີ 10/9, ທີ່​ການ​ຕ້ອນ​ຮັບ​ທ່ານ Antoine Camileri, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສຳ​ນັກ​ ​ວາ​ຕີ​ກັງ ມາ​ຢ້ຽມ​ຢາມ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ທີ 5 ຫ​ນ່ວຍ​ປະ​ຕິ​ບັດ​ງານ​ປະ​ສົມ ຫວຽດ​ນາມ - ສຳ​ນັກ​ ວາ​ຕີ​ກັງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີງ​ມີງ ໄດ້​ຢືນ​ຢັນ: ລັດ ແລະ ລັດ​ຖະ​ບາ​ນ​ຫວຽດ​ນາມ ປະ​ຕິ​ບັດ​ນະ​ໂຍ​ບາຍ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫ​ນາ, ການ​ເຫລື້ອມ​ໃສ​ສາ​ສະ​ຫ​ນາຂອງ​ປະ​ຊາ​ຊົນ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ. ຍາມ​ໃດ​ຫວຽດ​ນາມ ກໍ​ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ສາ​ສະ​ຫ​ນາ, ໃນ​ນັ້ນ ມີ​​ສາ​ສ​ະ​ຫ​ນາ​ໂປ​ແຕດ​ສະ​ຕັງ ເສີມ​ຂະ​ຫ​ຍາຍ​ບັນ​ດາ​ຄຸນ​ຄ່າ​ຢ່າງ​ຕັ້ງ​ຫ​ນ້າ​ຂອງ​ຕົນ ເພື່​ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີງ​ມີງ ສະ​ເຫ​ນີ ສຳ​ນັກ​ວາ​ຕີ​ກັງ ສືບ​ຕໍ່​ເອົາ​ໃຈ​ໃສ່, ສົ່ງ​ເສີມ​ວົງ​ຄະ​ນາ​ຍາດ​ຊາວ ຄຼິດ ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ລັດ​ເປັນ​ຢ່າງ​ດີ, ປະ​ຕິ​ບັດ​ທິດ​ທາງ “ຢູ່​ໃນ​ສິນ​ກິນ​ໃນ​ທຳ”.       ທ່ານ Antoine Camileri ຢືນ​ຢັນ: ສັນ​ຕະ​ປາ​ປາ Francis ແລະ​ສຳ​ນັກ ຍາມ​ໃດ​ກໍ​ປາດ​ຖະ​ຫ​ນາ ຢາ​ກ​ໃຫ້​​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສຳ​ນັກ​ວາ​ຕີ​ກັງ ນັບ​ມື້​ນັບ​ພັດ​ທະ​ນາ ແລະ ວົງ​ຄະ​ນາ​ຍາດ​ຊາວ​ຄຼິດ ຫວຽດ​ນາມ ຕັ້ງ​ຫ​ນ້າ ປະ​ກອບ​ສ່ວນ​ເຂົ້າ​ໃນ​ກິດ​ຈະ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ