ຍູ້​ແຮງ​​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຊາວ​ປະ​ມົງ, ຕ້ານ IUU, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ

(VOVWORLD) - ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ກົວລາ ລຳເປີ, ມາເລເຊຍ (25-28/10), ຕອນເຊົ້າວັນທີ 28 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດ ຫວຽດນາມ ປະຈຳບັນດາປະເທດ ອາຊຽນ ທີ່ມີທະເລຕິດຕໍ່ກັບ ຫວຽດນາມ (ບຣູໄນ, ກຳປູເຈຍ,ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ໄທ) ແລະ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຊຽນ.
ຍູ້​ແຮງ​​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຊາວ​ປະ​ມົງ, ຕ້ານ IUU, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ảnh 1ບັນຍາກາດການເຮັດວຽກ

 ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງສືບຕໍ່ຊຸກຍູ້ການພົວພັນມິດຕະພາບຮອບດ້ານກັບບັນດາປະເທດໃນພາກພື້ນ, ຢັ້ງຢືນ ອາຊຽນ ແມ່ນພາກພື້ນທີ່ມີຄວາມສຳຄັນຍຸດທະສາດສຳລັບ ຫວຽ,ນາມ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຫັນການພົວພັນດ້ານການເມືອງອັນດີງາມໃຫ້ກາຍເປັນບັນດາໂຄງການຮ່ວມມືເສດຖະກິດຢ່າງແທດຈິງໃຫ້ປະກົດຜົນເປັນຈິງ, ເປັນເຈົ້າການສະເໜີຂໍ້ລິເລີ່ມໃໝ່, ເປີດກວ້າງຕະຫຼາດໃຫ້ແກ່ສິນຄ້າ ຫວຽດນາມ, ຍາດແຍ່ງທ່າດີຈາກບັນດາສາຍພົວພັນຄູ່ຮ່ວມມືທີ່ຫາກໍ່ຍົກລະດັບຢ່າງມີປະສິດທິຜົນ.

        ທ່ານນາຍົກລັດຖະມົນຕີ ກໍຊີ້ນຳໃຫ້ບັນດາອົງການຕາງໜ້າສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ຜັນຂະຫຍາຍປະສິດທິຜົນຂອງວຽກງານປົກປ້ອງຊາວປະມົງ, ກ່ຳປັ່ນຫາປາ ຫວຽດນາມ, ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ (IUU); ຍູ້ແຮງການໂຄສະນາກ່ຽວກັບທັດສະນະ, ຄວາມມານະພະຍາຍາມ ແລະ ໝາກຜົນຂອງ ຫວຽດນາມ ໃນວຽກງານ IUU; ພ້ອມດຽວກັນນັ້ນ, ເອົາໃຈໃສ່ເຖິງການເບິ່ງແຍງດູແລປະຊາຄົມຊາວ ຫວຽດນາມ ອາໄສຢູ່ປະເທດປະຈຳຖິ່ນ.

ຍູ້​ແຮງ​​ການ​ຕ່າງ​ປະ​ເທດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ຊາວ​ປະ​ມົງ, ຕ້ານ IUU, ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນ ອາຊຽນ - ນິວຊີແລນ (ພາບປະກອບ:  VOV)

        ຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນ ອາຊຽນ - ນິວຊີແລນ; ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບັນດາປະເທດ ອາຊຽນ ກໍໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ອົດສະຕາລີ ຄັ້ງທີ 5.

ຕອບກັບ

ຂ່າວ/ບົດ​ອື່ນ