ຍູ້ແຮງການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ວິສາຫະກິດ

(VOVWORLD) - ວັນທີ 06 ມີນາ, ຢູ່ ບັກຢາງ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ສົມທົບກັບອົງການ Care ສາກົນຢູ່ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາ “ຊອກຮູ້ການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍຢູ່ວິສາຫະກິດ”. 
ຍູ້ແຮງການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ວິສາຫະກິດ - ảnh 1ທ່ານ ໂງ້ຢີວຫຽວ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ (ພາບ: TTXVN)

ທີ່ກອງປະຊຸມສຳມະນາ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ແບ່ງປັນບັນດາເນື້ອໃນກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໃນກົດໝາຍວ່າດ້ວຍແຮງງານປີ 2012. ທ່ານ ໂງ້ຢີວຫຽວ ຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຢືນຢັນວ່າ: ກຳລັງແຮງງານເພດຍິງມີບົດບາດອັນໃຫຍ່ຫລວງໃນບັນດາວິສາຫະກິດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມທ້ອງຖິ່ນ. ກອງປະຊຸມສຳມະນາແມ່ນໂອກາດ ເພື່ອໃຫ້ສະຫະພັນໃຫຍ່ແຮງງານ ຫວຽດນາມ, ບັນດາສະມາຊິກສະພາແຫ່ງຊາດຕີລາຄາສະພາບການປະຕິບັດວຽກງານສະເໝີພາບລະຫວ່າງຍິງ - ຊາຍໃນບັນດາວິສາຫະກິດ. ພ້ອມທັງ, ຮັບຟັງຄຳຄິດເຫັນ, ຂໍ້ສະເໜີຂອງຊາວຜູ້ອອກແຮງງານໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ ເພື່ອອີງໃສ່ການຄົ້ນຄວ້າ, ສະເໜີໃນວິວັດການປັບປຸງປະມວນກົດໝາຍວ່າດ້ວຍແຮງງານຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ