ຍູ້ແຮງການປ່ຽນໃໝ່ກົນໄກເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດສັງກັດລັດ

ຍູ້ແຮງການປ່ຽນໃໝ່ກົນໄກເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດສັງກັດລັດ - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 10/07, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ ​ໄດ້​ເປັນ​ປະທານ​ກອງ​ປະຊຸ​ມຄະນະ​ຊີ້​ນຳ​ແຫ່ງ​ລັດ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່ກົນ​ໄກ​ເຄື່ອນ​ໄຫວຂອງ​ບັນດາ​ຫົວໜ່ວຍ​ພາລະກິດ​ສັງກັດ​ລັດ ຢູ່​ບັນດາ​ກະຊວງ​ຄື: ການ​ເງິນ, ​ສຶກສາ ​ແລະ ບຳລຸງ​ສ້າງ, ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ; ທັດສະນະ ​ແລະ ຈຸດໝາຍ​ຂອງ​ການ​ປ່ຽນ​ໃໝ່ ກົນ​ໄກ​ເຄື່ອນ​ໄຫວຂອງ​ບັນດາ​ຫົວໜ່ວຍ​ພາລະກິດ​ສັງກັດ​ລັດ ​ແມ່ນ​ຂົງ​ເຂດ​ທີ່​ສຳຄັນ. ​ໃນໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການ ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການປ່ຽນ​ໃໝ່ກົນ​ໄກ​ເຄື່ອນ​ໄຫວຂອງ​ບັນດາ​ຫົວໜ່ວຍ​ພາລະກິດ​ສັງກັດ​ລັດ ​ໂດຍ​ກະຊວງ​ຂອງ​ຕົນຄຸ້ມຄອງ; ​ໃນ​ນັ້ນ​ສືບ​ຕໍ່​ປ່ຽນ​ໃໝ່​ກົນ​ໄກ​ເຄື່ອນ​ໄຫວ, ກົນ​ໄກ​ດ້ານ​ການ​ເງິນ ​ແລະ ​ເງິນ​ເດືອນ ຕິດ​ພັນ​ກັບໝາກຜົນ​ການ​ເຄື່ອນ​ໄຫວ​ຂອງຫົວໜ່ວຍ​ພາລະກິດ​ສັງກັດ​ລັດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ຕ້ອງ​ເປັນ​ເຈົ້າ​ການ​ຄົ້ນຄວ້າ, ສ​ະເໜີບັນດາ​ເນື້ອ​ໃນ​ໃໝ່​ກ່ຽວ​ກັບ​ກົນ​ໄກ​ການ​ເຄື່ອນ​ໄຫວ, ກົນ​ໄກ​ຈັດ​ຕັ້ງ, ກົນ​ໄກ​ຄຸ້ມ​ຄອງ​ສຳລັບ​ຂົງ​ເຂດ​ຄຸ້ມ​ຄອງ​ແຫ່ງ​ລັດ​ຂຶ້ນ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ກະຊວງ, ຂະ​ແໜງ​ຂອງ​ຕົນ, ພ້ອມ​ທັງ​ສຸມ​ໃສ່​ສ້າງ ​ແລະ ປະກາດ​ລະບົບ​ກຳນົດລະດັບ​ເສດຖະກິດ​ເຕັກນິກ​ຂອງ​ຂະ​ແໜງ, ຂົງ​ເຂດ ​ແລະ ມາດຖານ​ການຕິດຕາມ​ກວດກາ​ຄຸນ​ນະພາ​ບສະໜອງ​ການ​ບໍລິການ.
ຂ່າວ/ບົດ​ອື່ນ