ຍູ້ແຮງການພົວພັນ 2 ຝ່າຍລະຫວ່າງຫວຽດນາມ ແລະ ມາເລເຊຍ ກວ່າອີກ

(VOVWORLD) -ການນຳ 2 ຝ່າຍກໍ່ເຫັນດີສືບຕໍເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

ຍູ້ແຮງການພົວພັນ 2 ຝ່າຍລະຫວ່າງຫວຽດນາມ ແລະ ມາເລເຊຍ ກວ່າອີກ - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ

ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີມາເລເຊຍ Muhyiddin Yassin

(ພາບ: VGP)

ຕອນບ່າຍວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີມາເລເຊຍ Muhyiddin Yassin ເພື່ອແລກປ່ຽນກ່ຽວກັບການຮ່ວມມື 2 ຝ່າຍ ແລະ ບັນດາບັນຫາພາກພື້ນ, ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ໃນສະພາບເກີດໂລກລະບາດໂຄວິດ-19.

        ໃນການໂອ້ລົມ, ນາຍົກລັດຖະມົນຕີທັງ 2 ທ່ານໄດ້ເຫັນດີຍູ້ແຮງການພົວພັນ 2 ຝ່າຍຫຼາຍກວ່າອີກ ຜ່ານການຮັກສາການພົບປະ, ແລກປ່ຽນຂັ້ນສູງ ແລະ ທຸກຂັ້ນ, ສົມທົບກັນຈັດຕັ້ງບັນດາກົນໄກຮ່ວມມື 2 ຝ່າຍປະຈຳໄລຍະ, ເປັນເອກະພາບ ແລະ ຮັບຮອງເອົາໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2020 - 2025 ໂດຍໄວ. 2 ຝ່າຍກໍ່ເຫັນດີຈະມານະພະຍາຍາມກວ່າອີກ ເພື່ອບັນລຸວົງເງິນການຄ້າ 2 ສົ້ນໃຫ້ໄດ້ 15 ຕື້ USD ໂດຍໄວ.

        ການນຳ 2 ຝ່າຍກໍ່ເຫັນດີສືບຕໍເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ. ການນຳ 2 ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີ ແລະ ຄວາມໝັ້ນຄົງໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ, ພິເສດແມ່ນບໍ່ໃຫ້ມີຜົນສະທ້ອນເຖິງບັນດາການເຄື່ອນໄຫວທາງດ້ານເສດຖະກິດ - ການຄ້າ; ເຫັນດີເປັນເອກະພາບພ້ອມກັນມານະພະຍາຍາມຮັກສາຄວາມສາມັກຄີ ແລະ ຫຼັກໝັ້ນລວມຂອງອາຊຽນ, ຊຸກຍູ້ການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທດຈິງ, ເໝາະສົມກັບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ