ຍູ້ແຮງການພົວພັນຮ່ວມມືລະຫວ່າງຮ່າໂນ້ຍແລະແຂວງຢຸນໜານ,ຈີນ

ຍູ້ແຮງການພົວພັນຮ່ວມມືລະຫວ່າງຮ່າໂນ້ຍແລະແຂວງຢຸນໜານ,ຈີນ - ảnh 1
ທ່ານ ຟ້າ​ມກວາງ​ງີ້, ກຳມະການ​ກົມ​ການ​ເມືອງ​ພັກ​ກ​ອມມູນິດ​ຫວຽດນາມ ​
​ຕ້ອນຮັບ​ເຂ​ລາຄະ​ນະ​ພັ​ກ​ແຂວງ​ຢຸນໜານ, ປະ​ເທດ​ຈີນ
(ພາບ: hanoimoi)


(vovworld) – ຕອນ​ບ່າຍວັນ​ທີ 04/11, ທ່ານ ຟ້າ​ມກວາງ​ງີ້, ກຳມະການ​ກົມ​ການ​ເມືອງ​ພັກ​ກ​ອມມູນິດ​ຫວຽດນາມ ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ ລິ໋ຈີ​ເຄິງ, ​ເຂ​ລາຄະ​ນະ​ພັ​ກ​ແຂວງ​ຢຸນໜານ, ປະ​ເທດ​ຈີນ. ທີ່​ການ​ຕ້ອນຮັບ, ທ່ານ ຟ້າ​ມກວາງ​ງີ້ ປາດ​ຖະໜາ​ວ່າ, ຜ່ານ​ການ​ຢ້ຽມຢາມ​ຄັ້ງ​ນີ້ ຈະ​ປະກອບສ່ວນຊຸກ​ຍູ​້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ພັກ, 2 ລັດ ​ແລະ 2 ທ້ອງ​ຖິ່ນ, ຈາກ​ນັ້ນ​ເພີ່ມ​ທະວີ, ສົ່ງ​ເສີມ​ບັນດາ​ການ​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ, ການທ່ອງທ່ຽວ​ລະຫວ່າງ​ນະຄອນ​ຮ່າ​ໂນ້ຍ ​ແລະ ​ແຂວງ ຢຸນໜານ ​ເວົ້າ​ສະ​ເພາະ, 2 ປະ​ເທດ​ຫວຽດນາມ - ຈີນ​ເວົ້າ​ລວ​ມ. ສ່ວນ​ທ່ານ ລິ໋ຈີ​ເຄິງ, ເຂ​ລາຄະ​ນະ​ພັ​ກ​ແຂວງ​ຢຸນໜານ, ປະ​ເທດ​ຈີນ ​ເຊື່ອ​ໝັ້ນ​ວ່າ, ​ເລື່ອງ​ເພີ່ມ​ທະວີ​ການ​ພົວພັນ​ມິດ​ຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ນະຄອນຫຼວງ​ຮ່າ​​ໂນ້ຍ ກັບ​ແຂວງ​ຢຸນໜານ ຈະ​ປະກອບສ່ວນ​ເຂ​ົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະຫວ່າງ 2 ປະ​ເທດຢ່າງ​ປອດ​ໄສ, ໝັ້ນຄົງ​ເຂັ້ມ​ແຂງ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​​ແຕ່ລະ​ຝ່າຍ​. 2 ຝ່າຍ​ກໍ​ແລກປ່ຽນ​ກ່ຽວ​ກັບ​ເນື້ອ​ໃນພັດທະ​ນາ​ການ​ຮ່ວມ​ມື, ​ເປັນ​ເອກະ​ພາບ​ບົນ​ພື້ນຖານ​ພິຈາ​ລະນາ​ເງື່ອນ​ໄຂ ​ແລະ ທ່າ​ໄດ້​ປຽບ​ສະ​ເພາະ, ສືບ​ຕໍ່​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ມິ​ປະສິດທິ​ຜົນ, ຜ່ານ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ຊຸກຍູ້​ການທ່ອງ​ທ່ຽວ, ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ.

ຂ່າວ/ບົດ​ອື່ນ