ຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ຕາມທິດຫັນເປັນຫຸ້ນສ່ວນ

ຍູ້ແຮງການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ຕາມທິດຫັນເປັນຫຸ້ນສ່ວນ - ảnh 1
(ພາບ​ປະ​ກອບ)
(vovworld)- ຕອນ​ເຊົ້າ​ວັນ​ທີ 25/6, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ວູ້​ວັນ​ນິງ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ປ່ຽນ​ແປງ​ໃໝ່ ແລະ ພັດ​ທະ​ນາ​ລັດ​ວິ​ສາ​ຫະ​ກິດໄດ້​ເປັນປະ​ທານກອງ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ ການ​ສ້າ​ງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່ ໃນ 6 ເດືອນ​ຕົ້ນ​ປີ 2015 ແລະ ຜັນ​ຂະ​ຫຍາຍ​ໜ້າ​ທີ່ ໃນ 6 ເດືອນ​ທ້າຍ​ປີ. ກ່າວ​ຄຳ​ເຫັນ​ຢູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ວູ້​ວັນ​ນິງ ກ່າວ​ວ່າ :

    “ ຕ້ອງ​ເຮັດ​ແຈ້ງ​ໜ້າ​ທີ່, ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ຫົວ​ໜ່ວຍ ສ່ວນ​ບຸກ​ຄົນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ, ເປັນ​ຫຍັງ​ທີ່ຍ​ັງ​ບໍ່​ທັນ​ສາ​ມາດປະ​ຕິ​ບັດໄດ້, ສາຍ​ເຫດ​ພາ​ວະ​ວິ​ໄສ ແລະ ອັດ​ຕະ​ວິ​ໄສ ແມ່ນ​ຍ້ອນ​ຫຍັງ, ຕ​້ອງ​ລາຍ​ງານຢ່າງ​ຄົບ​ຖ້ວນ​ມາ​ຍັງ​ຜູ້​ປະ​ຈຳ​ການ​ຄະ​ນະ​ຊີ້​ນຳ​ການ​ປ່ຽນ​ແປງ​ໃໝ່​ວິ​ສາ​ຫະ​ກິດ. ສືບ​ຕໍ່​ຖອນ​ທຶນນອກ​ຂະ​ແໜງ ແລະ ບັນ​ດາ​ຫົວ​ໜ່ວຍ​ທີ່​ໄດ້​ຫັນ​ເປັນ​ຫຸ້ນ​ສ່ວນ​ຄັ້ງ​ທຳ​ອິດ ໂດຍ​ຍັງ​ບໍ່​ທັນ​ສາ​ມາດ​ບັ​ນ​ລຸ​ອັດ​ຕາ​ການ​ເຊັນ​ອະ​ນຸ​ມັດ. ພ້ອມ​ກັນ​ນັ້ນ, ກໍ​​ສືບ​ຕໍ່ຊັບ​ຊ້ອນ​ວິ​ສາ​ຫ​ະ​ກິດ ເພາະ​ວ່າ ນີ້​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ການ​ສ້າ​ງ​ໂຄງ​ປະ​ກອບ​ລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່, ການ​ສ້າ​ງ​ໂຄງ​ປະ​ກອບເສດ​ຖະ​ກິດ​ຄືນ​ໃໝ່ .”

ຂ່າວ/ບົດ​ອື່ນ