ຍູ້ແຮງການຮ່ວມມືລະຫວ່າງ ຫວຽດນາມ ກັບເຂດຕາເວັນອອກໄກ - ສະຫະພັນລັດເຊຍ

(VOVWORLD) - ໃນຂອບເຂດການເຂົ້າຮ່ວມເວທີປາໄສເສດຖະກິດສາກົນພາກຕາເວັນອອກ ຄັ້ງທີ 3 ແຕ່ວັນທີ 05-08 ກັນຍາ ຢູ່ນະຄອນ Vladivostok, ປະເທດລັດເຊຍ, 
ຍູ້ແຮງການຮ່ວມມືລະຫວ່າງ ຫວຽດນາມ ກັບເຂດຕາເວັນອອກໄກ - ສະຫະພັນລັດເຊຍ - ảnh 1ທີ່ ການເຮັດວຽກ

ວັນທີ 05 ກັນຍາ, ທ່ານຫົວໜ້າຄະນະເສດຖະກິດສູນກາງ ຫງວຽນວັນບິ່ງ ໄດ້ມີການເຮັດວຽກກັບ ທ່ານຮອງນາຍົກລັດຖະມົນຕີ, ທູດພິເສດຜູ້ມີອຳນາດເຕັມຂອງປະທານາທິບໍດີລັດເຊຍ ຢູ່ເຂດຕາເວັນອອກໄກ Yury Trutnev ແລະ ຜູ້ວ່າການເຂດ Primorye Vladimir Miklushevskii. ທີ່ບັນດາການເຮັດວຽກ, ສອງຝ່າຍລ້ວນແຕ່ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອໝັ້ນຄົງ ລະຫວ່າງສະຫະພັນລັດເຊຍ ແລະ ຫວຽດນາມ, ສະແດງຄວາມເຊື່ອໝັ້ນວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຈະສືບຕໍ່ພັດທະນາຢ່າງແຂງແຮງທັງລວງກວ້າງ ແລະ ລວງເລິກໃນຫຼາຍຂົງເຂດ, ພິເສດແມ່ນຢູ່ພາກຕາເວັນອອກໄກຂອງລັດເຊຍ, ສະຖານທີ່ເປັນກຳມະສິດທີ່ມີປະລິມານຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ແມ່ນປະຕູຂອງລັດເຊຍກັບພາກພື້ນອາຊີ - ປາຊີຟິກ, ໃນນັ້ນມີສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ASEAN) ແລະ ຫວຽດນາມ. ກ່ຽວກັບການຄ້າ, ທ່ານ ຫງວຽນວັນບິ່ງ ເນັ້ນໜັກວ່າສິນຄ້ານຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ແລະ ເຂດຕາເວັນອອກໄກບໍ່ພຽງແຕ່ເປັນບ່ອນແກ່ງແຍ່ງເຊິ່ງກັນ ແລະ ກັນເທົ່ານັ້ນ ແຕ່ຍັງມີອົງປະກອບເພີ່ມເຕີມໃຫ້ກັນອີກດ້ວຍ, ນີ້ແມ່ນປັດໃຈສະດວກເພື່ອພັດທະນາການພົວພັນດ້ານການຄ້າສອງຝ່າຍລະຫວ່າງສອງປະເທດຢິ່ງກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ