ຍູ້ແຮງການຮ່ວມມືລະຫວ່າງຫວຽດນາມ-ລັດເຊຍກ່ຽວກັບການພັດທະນາແລະ ຖ່າຍທອດເຕັກໂນໂລຊີ

(VOVWORLD) -ນີ້ແມ່ນບັນດາເຕັກໂນໂລຊີທີ່ມີປະໂຫຍດທີ່ສຸດສຳລັບຫວຽດນາມ ໃນໄລຍະປະຈຸບັນ, ຄືເຕັກໂນໂລຊີຮັບໃຊ້ໃຫ້ແກ່ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ລະບົບບັນຊາໃຫຍ່

ຍູ້ແຮງການຮ່ວມມືລະຫວ່າງຫວຽດນາມ-ລັດເຊຍກ່ຽວກັບການພັດທະນາແລະ ຖ່າຍທອດເຕັກໂນໂລຊີ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີລົງນາມການຮ່ວມມື

(ພາບ: TTXVN)

ຕອນບ່າຍວັນທີ 15 ກັນຍາ, ຢູ່ນະຄອນຫຼວງມົດສະກູ, ສະຖາບັນດິດສາກົນກ່ຽວກັບວິທະຍາສາດລະບົບ (MASI) ສະຫະພັນລັດເຊຍ, ມະຫາວິທະຍາໄລສັງລວມເຕັກໂນໂລຊີເຄມີ Mendeleev ແລະ ບໍລິສັດຫຸ້ນສ່ວນກ້າວໜ້າສາກົນ (AIC) ໄດ້ຈັດພິທີລົງນາມການຮ່ວມມື, ຄົ້ນຄວ້າ, ພັດທະນາ ແລະ ຖ່າຍຖອດເຕັກໂນໂລຊີໃໝ່ຫຼາຍຢ່າງໃຫ້ແກ່ຫວຽດນາມ ໃນບັນດາຂົງເຂດລວມມີ ເຕັກໂນໂລຊີຂໍ້ມູນຂ່າວສານ, ສິ່ງແວດລ້ອມ ແລະ ສາທາລະນະສຸກ.

        ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນທິແທັງຍ່ານ, ປະທານ AIC ໃຫ້ຮູ້ວ່າ, ນີ້ແມ່ນບັນດາເຕັກໂນໂລຊີທີ່ມີປະໂຫຍດທີ່ສຸດສຳລັບຫວຽດນາມ ໃນໄລຍະປະຈຸບັນ, ຄືເຕັກໂນໂລຊີຮັບໃຊ້ໃຫ້ແກ່ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ລະບົບບັນຊາໃຫຍ່, ເຕັກໂນໂລຊີໜູນຊ່ວຍໃຫ້ແກ່ການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ… ທ່ານນາງກໍ່ຫວັງວ່າ, ຈະສືບຕໍ່ໄດ້ຮັບການໜູນຊ່ວຍຈາກບັນດານັກວິທະຍາສາດລັດເຊຍ ໃນການສົມທົບກັນຄົ້ນຄວ້າ, ພັດທະນາ, ຖ່າຍຖອດເຕັກໂນໂລຊີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ເພື່ອໃຫ້ບັນດາເຕັກໂນໂລຊີດັ່ງກ່າວບັນລຸຜົນສຳເລັດຢູ່ຫວຽດນາມ ໃນອະນາຄົດອັນໃກ້ໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ