ຍູ້ແຮງການຮ່ວມມືສາກົນໃນການ ປ້ອງກັນ,ຕ້ານໄພທຳມະຊາດ

 ຍູ້ແຮງການຮ່ວມມືສາກົນໃນການ ປ້ອງກັນ,ຕ້ານໄພທຳມະຊາດ - ảnh 1
ສສຊ ຫລາຍ​ທ່ານ​ໄດ້​ຢືນຢັນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້າ​ນໄພ​ທຳ​ມະ​ຊາດ
ພາບ:vietnamplus.vn


(vovworld)- ຕອນ​ເຊົ້າ​ວັນ 6/6, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້າ​ນໄພ​ທຳ​ມະ​ຊາດ​ໄດ້​ນຳ​ມາ​ປືກສາ​ຫາລື​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດທີ 13. ສສຊ ຫລາຍ​ທ່ານ​ໄດ້​ຢືນຢັນ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ສະບັບດັ່ງກ່າວ. ​ເລື່ອງ​ຮ່າງ​ກົດໝາຍ​ເພີ່ມ​ເຕີມ​​ຂໍ້​ກຳນົດ​ລັດ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ປະກັນ​ໄພ​ເຂົ້າ​ຮ່ວມປະ​ກັນ​​​ໄພທຳ​ມະ​ຊາດ, ນະ​ໂຍບາຍຫນູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ການ​ລົງທຶນ​ຢູ່​ບັນດາ​ເຂດ​ທີ່​ເຄີ​ຍ​ເກີດ​ໄພ​ທຳ​ມະ​ຊາດ, ນະ​ໂຍບາຍ​ຍົກ​ເວັ້ນ, ຫລຸດຜ່ອນ​ອາ​ກອນ​ລາຍ​ຮັບ​ວິ​ສາ​ຫະກິດ​ສຳລັບ​ບັນດາ​ບ້ວງ​​ເງິນບໍລິຈາກ​ເພື່ອ​ຕ້ານ​ໄພ​ທຳ​ມະ​ຊາດ​ແມ່ນ​ມີ​ຄວາມ​ຈຳ​ເປັນ ​ເພື່ອ​ສ້າງ​ເງື່ອນ​ໄຂ​, ສ້າງກຳລັງ​ຫນູນ​ເຂົ້າ​ຮ່ວມ​ການປ້ອງ​ກັນ ​ແລະ ​ຕ້ານໄພ​ທຳ​ມະ​ຊາດ, ຍູ້​ແຮງ​ສັງຄົມເຂົ້າຮ່ວມວຽກ​ງານ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ. ບັນດາ ສສຊ ​ກໍໄດ້​ເນັ້ນ​ຫນັກ​​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ຮ່ວມ​ມື​ສາກົນ​ໃນ​ຂົງ​ເຂດ​ນີ້. ທ່ານ ຮີ່ງມີ​ງຮ່ວາງ, ສສຊ ​ແຂວງ ບາກ​ລຽວ ຍົກ​ຄຳ​ເຫັນ​ວ່າ:    

        “ຮ່າງ​ກົດໝາຍ​​ເພີ່ມ​ເຕີມ​ຕື່ມ​ອີກ​ພາກ​ຫນຶ່ງ​​ຮ່ວມ​ມື​ສາກົນ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ ​ແມ່ນ​ເໝາະ​ສົມ ​ແລະ ຈຳ​ເປັນ​ທີ່​ສຸດ ​ເພາະວ່າ​ໃນ​ວຽກ​ງານ​ນີ້ຕ້ອງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຫລາຍ​ປະ​ເທດ ​ເພື່ອ​​ແບ່ງປັນ​ບົດຮຽນ​ຄວບ​ຄຸມໄພພິບັດ​ໂດຍທຳ​ມະ​ຊາດ​ກໍ່​ຂຶ້ນ, ສົມທົບ​ກັບ​ທຸກ​ແຫ​ລ່ງກຳລັງ​ແມ່ນ​ຈຳ​ເປັນ​ທີ່​ສຸດ. ຫວຽດນາມ​ຄວນ​ສະ​ແດງ​ບົດບາດອັນ​ຕັ້ງຫນ້າ​ຂອງ​ຕົນ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ ​ແລະ ສາກົນ ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ