ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອການປະຕິຮູບລະບຽບການບໍລິຫານບັນລຸໝາກຜົນດີ


ຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອການປະຕິຮູບລະບຽບການບໍລິຫານບັນລຸໝາກຜົນດີ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມຄະ​ນະ​ຊີ້​ນຳການ​ປະ​ຕິ​ຮູບລະ​ບຽບ​ການ​ບໍ​ລິ​ຫານ

(vovworld)- ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ, ດຶງ​ດູດ​ການ​ລົງ​ທຶນ, ໃນ 6 ເດືອນ​ຕົ້ນ​ປີນີ້,ລັດ​ຖະ​ລານ​ພ້ອມ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ໄດ້​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ເພື່ອ​ຫັນລະ​ບຽບ​ການ​ບໍ​ລິ​ຫານ 4.400 ປະ​ເພດ​ໃນ​ຈຳ​ນວນ​ທັງ​ໝົດ 4.700 ປະເພດ, ບັນ​ລຸ​ອັດ​ຕາ​ສ່ວນ 93,8 %. ກະ​ຊວ​ງ​ການ​ເງິນ​ກໍ​ໄດ້​ຍູ້​ແຮງ​ການ​ເຊື່ອມ​ຕໍ່ ແລະ ເປີດ​ກ້​ວາງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ປະ​ຕິ​ບັດ​ກົກ​ໄກ​ປະ​ຕູ​ດຽວ. ພ້ອມ​ກັນ​ນັ້ນ, ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ເຂົ້າ​ໃນ​ການ​ເຄື້ອນ​ໄຫວ​ບໍ​ລິ​ຫານ​ແຫ່ງ​ລັດ ແລະ ການ​ບໍ​ລິ​ການ​ສ່ວນ​ລວມ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ​່າ :  

 “ ແຕ່​ລະ​ກະ​ຊວງ, ຂະ​ແໜງ​ການ, ທ້ອງຖິ່ນ​ຕ່າງໆ ຕ້ອງວາງ​ອອກ ແລະ​ ແກ້​ໄຂລະ​ບຽບ​ການ​ບໍ​ລິ​ຫານ, ຫາກບໍ່​ຕ້ອງ​ເວົ້າ​ແບບ​ລວມໆ. ພວກ​ເຮົາ​ຄວນ​ຊາບ​ຊຶມ​ແຜນ​ນະ​ໂຍ​ບາຍ​ກ່ຽວກ​ັບການ​ປະ​ຕິ​ຮູບລະ​ບຽບ​ການ​ບໍ​ລິ​ຫານ. ວຽກ​ງານ​ປະ​ຕິ​ຮູບລະ​ບຽບ​ການ​ບໍ​ລິ​ຫານ​ຢູ່​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ແມ່ນ​ສຳ​ຄັນ​ທີ່​ສຸດ, ຈາກ​ນັ້ນ, ກໍ​ປະ​ກອບ​ສ່ວນເຂົ້າ​ໃນການປະ​ຕິ​ຮູບລະ​ບຽບ​ການ​ບໍ​ລິ​ຫານ​ໃຫ້​ດີ​ ກ່​ວາ”
ຂ່າວ/ບົດ​ອື່ນ