ຍູ້ແຮງບັນດາຂະບວນ ການແຂ່ງຂັນຮັກຊາດ ຕາມແນວຄິດປະທານ ໂຮ່ຈິມິນ

ຍູ້ແຮງບັນດາຂະບວນ ການແຂ່ງຂັນຮັກຊາດ ຕາມແນວຄິດປະທານ ໂຮ່ຈິມິນ - ảnh 1
ຍູ້​ແຮງ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ຕາມ​ແນວ​ຄິດຂ​ອງ​ປະທານ​ໂຮ່ຈິ​ມິນ
(ພາບປະກອບ: chinhphu.vn)


(vovworld) - ​​ເນື່ອງ​ໃນ​ໂອ​ກາດສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ທ່ານ​ປະທານ​ໂຮ່ຈິ​ມິນ​ອອກ​ຄຳ​ຮຽກຮ້ອງ​ແຂ່ງຂັນ​ຮັກ​ຊາດ, ຕອນ​ບ່າຍ​ວັນ​ທີ 10/06, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູງ​ກາງ, ຄະນະ​ແຂ່ງ​ຂັນ​ຮັກ​ຊາດ - ຍ້ອງຍໍສູນ​ກາງ​ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​​ມະ​ນາ​ວິທະຍາສາດ “ຍູ້​ແຮງ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ຕາມ​ແນວ​ຄິດຂ​ອງ​ປະທານ​ໂຮ່ຈິ​ມິນ ​ໃນ​ໄລຍະ​ປະຈຸ​ບັນ”.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງ​ບັນດາ​ເນື້ອ​ໃນ​ທີ່​ມືລັກສະນະ​ທິດ​ສະ​ດີ ​ແລະ ພຶດຕິກຳ​ຕົວ​ຈິງ ​ເພື່ອ​ຍົກ​ສູງ​ສະຕິ​​ຂອງ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ກ່ຽວ​ກັບ​ນິວຄວາມ​ຄິດ​ແຂ່ງ​ຂັນ​ຮັກ​ຊາດ​ຂອງ​ປະ​ທານ​​ໂຮ່ຈິ​ມິນ; ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ຂອງ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ, ຈາກ​ນນັ້ນ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ແຂ່ງ​ຂັນ​ຮັກ​ຊາດ​ໃນ​ໄລຍະຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ. ບັນດາ​ຜູ້​ແທນ​ໄດ້​ສະ​ໜີ​ຕໍ່​ພັກ, ລັດ ປັບປຸງ, ​ເພີ່ມ​ເຕີມ, ​ນະ​ໂຍບ​ບາຍ​ກົດໝາຍ​ກ່ຽວ​ກັບ​ວຽກ​ງານ​ແຂ່ງ​ຂັນ​ - ຍ້ອງຍໍ; ບັນດາ​ມາດ​ຕະການ​ປ່ຽນ​ໃໝ່​ວຽກ​ງານ​ແຂ່ງ​ຂັນ ​ເພື່ອເຮັດໃຫ້​ການແຂ່ງ​ຂັນ​ແທດ​ຈິງ​ກວ່າ, ບັນດາ​ຂະ​ບວນການ​​ແຂ່ງຂັນ​ມີ​ເນື້ອ​ໃນ, ມາດຕະຖານ​ລະອຽດ, ຕິດ​ແທດ​ກັບ​ໜ້າ​ທີ່​ການ​ເມືອງ ​ແລະ ສະພາບ​ຕົວ​ຈິງ​ຂອງ​ບັນດາ​ຂະ​ແໜງ​ການ, ທຸກ​ຂັ້ນ. ຮູບ​ແບບ​ລະດົມຕ້ອງ​ມີ​ຫຼາຍ​ຮູ້​ບຫຼາຍ​ແບບ, ອຸດົມສົມ​ບຸນ​ເພື່ອ​ສົ່ງ​ເສີມ​ຜູ້​ເຂົ້າ​ຮ່ວມ​ຫລາຍກວ່າ​ອີກ. ວຽກ​ງານ​ໂຄສະນາ​ກ່ຽວ​ກັບ​ການ​ແຂ່ງ​ຂັນ​ຮັກ​ຊາດ ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ປ່ຽນ​ໃໝ່, ຜ່ານ​ນັ້ນ​ຍ້ອງຍໍ, ​​ເຊີ​ດຊູ​ວຽກ​ດີ​ຄົນ​ເດັ່ນ. ທຸກຂັ້ນທຸກ​ຂະ​ແໜງ​ການ​ ​ຄວນສືບຕໍ່ທະວີ​ຄຸນ​ບັນດາ​ແບບຢ່າງ​ທີ່​ດີ​ເດັ່ນ​ຜ່ານ​ຂະ​ບວນການ​ແຂ່ງຂັນ.

ຂ່າວ/ບົດ​ອື່ນ