ຍູ້​ແຮງວຽກ​ງານ​ສົ່ງ​ເສີມ​ການ​ຄ້າ, ພັດ​ທະ​ນາ​ຕະຫຼາດ​ສົ່ງ​ອອກ​ໃນ​ປີ 2024

(VOVWORLD) - ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ໃນປີ 2023 ມີເຫດການສົ່ງເສີມການຄ້າ ກ່ວາ 1000 ຄັ້ງ ໄດ້ຈັດຂຶ້ນທັງຢູ່ພາຍໃນປະເທດ ແລະ ສາກົນ, ໃນນັ້ນມີ ກ່ວາ 80 ແຜນຮ່າງສຸມໃສ່ເຂົ້າບັນດາການເຄື່ອນໄຫວສົ່ງເສີມການຄ້າຢູ່ບັນດາຕະຫຼາດຕ່າງປະເທດຈຸດສຸມໃນການສົ່ງອອກຂອງ ຫວຽດນາມ. 
ຍູ້​ແຮງວຽກ​ງານ​ສົ່ງ​ເສີມ​ການ​ຄ້າ, ພັດ​ທະ​ນາ​ຕະຫຼາດ​ສົ່ງ​ອອກ​ໃນ​ປີ 2024 - ảnh 1ກອງປະຊຸມມອບໜ້າທີ່ສົ່ງເສີມການຄ້າຄັ້ງທຳອິດໃນປີ 2024 (ໍພາບ: VOV)

ຕອນເຊົ້າວັນທີ 31 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດກອງປະຊຸມມອບໜ້າທີ່ສົ່ງເສີມການຄ້າຄັ້ງທຳອິດໃນປີ 2024 ດ້ວຍຫົວຂໍ້ ຍູ້ແຮງວຽກງານສົ່ງເສີມການຄ້າ, ພັດທະນາການຕະຫຼາດປີ 2024. ກອງປະຊຸມໄດ້ເຊື່ອມຕໍ່ແບບທາງໄກກັບ ອົງການການຄ້າ ຫວຽດນາມ ຢູ່ຫຼາຍປະເທດໃນໂລກ ແລະ ບັນດາທ້ອງຖິ່ນ ໃນທົ່ວປະເທດ.

ຕາມກະຊວງອຸດສາຫະກຳ ແລະ ການຄ້າແລ້ວ, ໃນປີ 2023 ມີເຫດການສົ່ງເສີມການຄ້າ ກ່ວາ 1000 ຄັ້ງ ໄດ້ຈັດຂຶ້ນທັງຢູ່ພາຍໃນປະເທດ ແລະ ສາກົນ, ໃນນັ້ນມີ ກ່ວາ 80 ແຜນຮ່າງສຸມໃສ່ເຂົ້າບັນດາການເຄື່ອນໄຫວສົ່ງເສີມການຄ້າຢູ່ບັນດາຕະຫຼາດຕ່າງປະເທດຈຸດສຸມໃນການສົ່ງອອກຂອງ ຫວຽດນາມ. ມີບັນດາວິສາຫະກິດເຂົ້າຮ່ວມຫຼາຍກ່ວາ 10.000 ຄັ້ງ, ຮັບຜົນປະໂຫຍດໂດຍກົງຈາກໂຄງການສົ່ງເສີມການຄ້ານີ້, ດ້ວຍຍອດມູນຄ່າສັ່ງຊື້ສິນຄ້າສົ່ງອອກ ແລະ ຮ່ວມມືໄດ້ຮັບການເຊັນໂດຍກົງຢູ່ບັນດາເຫດການສົ່ງເສີມການຄ້າກ່ວາ 125 ລ້ານ USD.

ການເຄື່ອນໄຫວສົ່ງເສີມການຄ້າກໍ່ປະກອບສ່ວນສຳຄັນເຂົ້າໃນການຊ່ວຍຫວຽດນາມ ຮັກສາການຜະລິດເກີນດູນ ໃນປີທີ 8 ຢ່າງລຽນຕິດ, ດ້ວຍການສົ່ງອອກເກີນດູນຄາດວ່າ ຢູ່ລະດັບ 28 ຕື້ USD ໃນປີ 2023. ທ່ານ ເລແທັງຮ່ວາ, ຮອງຫົວໜ້າກົມຄຸນນະພາບ, ປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ:

ສຳລັບຕະຫຼາດຕາເວັນອອກກາງ ຫຼາຍປີຜ່ານມາ, ແຕ່ລະປີ ກົມສົ່ງເສີມການຄ້າໜູນຊ່ວຍໃຫ້ແກ່ ວິສາຫະກິດປຸງແຕ່ງ, ຜະລິດຜະລິດຕະພັນກິເສດ ປະມານ 20 ແຫ່ງ ເຂົ້າຮ່ວມບັນດາກອງປະຊຸມ ເພື່ອໂຄສະນາ ສິນຄ້າຫຼາຍປະເພດສົ່ງອອກໄປຍັງຕະຫຼາດຕາເວັນອອກກາງ, ອາບຟຼິກກາ. ພວກຂ້າພະເຈົ້າຈະພະຍາຍາມໃນປີນີ້ ຍູ້ແຮງການສົ່ງອອກບັນດາຜະລິດຕະພັນໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນຜະລິດຕະພັນສິນໃນນ້ຳ ເຂົ້າຕະຫຼາດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ