ຍູ້ໄວຄວາມຄືບໜ້າຫັນລັດວິສາຫະກິດເປັນຫຸ້ນສ່ວນ

ຍູ້ໄວຄວາມຄືບໜ້າຫັນລັດວິສາຫະກິດເປັນຫຸ້ນສ່ວນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ​ວັນ​ນິນ ​ໄດ້ຕັກ​ເຕືອນ​ວ່າການ​ກົນ​ໄກ​, ນະ​ໂຍບາຍ​ທີ່ຂຶ້ນ​ກັບ​ຂົ​ງ​ເຂດ​ຊັບຊ້ອນ, ປ່ຽນ​ໃໝ່​ວິ​ສາ​ຫະກິດ ​ແມ່ນຍັງ​ຊັກ​ຊ້າ​ເມື່ອ​ທຽບ​ໃສ່​ແຜນການ

(vovworld) – ຕອນ​ບ່າຍ​ວັນ​ທີ 27/5, ຢູ່ ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ການປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​ວິ​ສາ​ຫະກິດ ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ຕີ​ລາຄາ​ໝາກຜົນ​ການ​ປະຕິບັດ​ວຽກ​ງາ​ນຊັບ​ຊ້ອນ, ປ່ຽນ​ໃໝ່​ລັດວິ​ສາ​ຫະກິດ​​ປີ 2012 ​ແລະ 5 ​ເດືອນ​ຕົ້ນ​ປີ 2013, ພ້ອມ​ທັງ​ຜັນ​ຂະຫຍາຍ​ໂຄງການ​ປະຕິບັດ​ງານ​ໄລຍະ 7 ​ເດືອ​ນທ້າຍ​ປີ 2013. ກ່າວ​ຄຳ​ເຫັນນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູ​ວັນ​ນິນ ​ໄດ້ຕັກ​ເຕືອນ​ວ່າການ​ກົນ​ໄກ​, ນະ​ໂຍບາຍ​ທີ່ຂຶ້ນ​ກັບ​ຂົ​ງ​ເຂດ​ຊັບຊ້ອນ, ປ່ຽນ​ໃໝ່​ວິ​ສາ​ຫະກິດ ​ແມ່ນຍັງ​ຊັກ​ຊ້າ​ເມື່ອ​ທຽບ​ໃສ່​ແຜນການ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຈຶ່ງເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ຊີ້​ນຳ​ຄະນະ​ພັກ​ທຸກ​ຂັ້ນ, ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ບົດບາດນຳ​ພາ​ຂອງ​ອົງການ​ພັກ​​ໃນ​ລັດ​ວິ​ສາ​ຫະກິດ. ດ້ານ​ອື່ນ, ຄວນ​ຮັກ​ສາ​ຫຼັກ​ໝັ້ນ​ເດັດ​ດຽວ​ປັບປຸງ​ເພື່ອ​ໃຫ້​ລັດ​ວິ​ສາ​ຫະກິດ​ມີ​​ໂຄງ​ປະກອບ​ທີ່​ເໝາະ​ສົມ, ນຳ​ໜ້າ​​ໃນ​ການ​ປ່ຽນ​ໃໝ່, ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ຮັກສາ​ການກຳນົດທິດ​ສັງຄົມ​ນິຍົມ​ຂອງ​ພື້ນຖານ​ເສດຖະກິດ.

ຂ່າວ/ບົດ​ອື່ນ