ຍູ້​ໄວ​​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ: ກາ​ລະ​ໂອ​ກາ​ດ​ເພື່ອ​ຍົກ​ສູ​ງການ​ຈັດ​ອັນ​ດັບ​ຂອງ​ປະ​ເທດ​ຊາດ

(VOVWORLD) -    ວັນທີ 16 ທັນວາ, ສະຫະສະມາຄົມ ອິນເຕີແນັດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ແລະ ງານວາງສະແດງວັນອິນເຕີແນັດ ຫວຽດນາມ ປີ 2020, ດ້ວຍຫົວຂໍ້ “ປະຕິບັດຄວາມໃຝ່ຝັນຫັນເປັນດີຈີຕອນຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນ ຫວຽດນາມ ເຊື່ອມຕໍ່ອິນເຕີແນັດທົ່ວໂລກຢ່າງເປັນທາງການ ຄົບຮອບ 23 ປີ (ວັນທີ 19 ພະຈິກ 1997).
ຍູ້​ໄວ​​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ: ກາ​ລະ​ໂອ​ກາ​ດ​ເພື່ອ​ຍົກ​ສູ​ງການ​ຈັດ​ອັນ​ດັບ​ຂອງ​ປະ​ເທດ​ຊາດ    - ảnh 1ກອງປະຊຸມສຳມະນາ ແລະ ງານວາງສະແດງວັນອິນເຕີແນັດ ຫວຽດນາມ ປີ 2020 (ພາບ: TTXVN)

 ໂຄງການຫັນເປັນດີຈີຕອນລະດັບຊາດ ຮອດປີ 2025, ກຳນົດທິດຮອດປີ 2030 ໄດ້ກຳນົດ 3 ເສົາຄ້ຳຢ່າງຈະແຈ້ງ ນັ້ນແມ່ນ ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ, ດ້ວຍທັດສະນະແມ່ນ ຍູ້ໄວວິວັດທະນາການຫັນເປັນດີຈີຕອນໃນແຕ່ລະຂະແໜງການ, ແຕ່ລະຂົງເຂດ ແລະ ແຕ່ລະທ້ອງຖິ່ນ  ແລະ ແມ່ນໂອກາດເພື່ອຍົກສູງການຈັດອັນດັບຂອງປະເທດຊາດ. ທ່ານ ຫວູຮວ່າງລຽນ, ປະທານສະຫະສະມາຄົມ ອິນເຕີແນັດ ຫວຽດນາມ ເນັ້ນໜັກວ່າ:

        “ປັດຈຸບັນ, ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນ 20 ປະເທດທີ່ມີລະດັບນຳໃຊ້ ອິນເຕີແນັດຫຼາຍທີ່ສຸດ. ດ້ວຍທ່າອ່ຽງຂອງ ອິນເຕີແນັດ ໄດ້ກາຍເປັນລະບົບສິ່ງແວດລ້ອມຂອງການຫັນປ່ຽນໃນທ່າອ່ຽງລວມຂອງໂລກ ແລະ ພິເສດພວມແມ່ນວຽກງານຈຸດສຸມໃນການພັດທະນາຂອງລັດຖະບານ”.

        ຕາມບົດລາຍງານຂອງ ສປຊ ແລ້ວ, ຫວຽດນາມ ພວມຖືກຈັດຢູ່ອັນດັບທີ 86 ກ່ຽວກັບດັດຊະນີລັດຖະບານດີຈີຕອນໃນປີ 2019, ເພີ່ມຂຶ້ນ 2 ຂັ້ນເມື່ອທຽບໃສ່ປີ 2018 ແລະ ພວມຢູ່ອັນດັບທີ 6 ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສະເພາະເສົາຄ້ຳສັງຄົມດີຈີຕອນ, ຫວຽດນາມ ພຽງແຕ່ຢູ່ໃນລະດັບເຕີບໂຕປານກາງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ເສົາຄ້ຳເສດຖະກິດດີຈີຕອນ ກໍພວມບັນລຸໄດ້ບາງໝາກຜົນທີ່ເປັນໜ້າຊື່ນຊົມ. ໃນປີ 2020, ເສດຖະກິດດີຈີຕອນຂອງ ຫວຽດນາມ ບັນລຸໄດ້ກວ່າ 14 ຕື້ USD, ເຕີບໂຕ 16%, ເບິ່ງຄືວ່າສູງສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ