ດັກນົງ ຕ້ອງຍາດແຍ່ງ ບັນດາທ່າແຮງທຳມະຊາດເພື່ອພັດທະນາເສດຖະກິດຢ່າງໄວ ແລະ ມີປະສິດທິຜົນ

ດັກນົງ ຕ້ອງຍາດແຍ່ງ ບັນດາທ່າແຮງທຳມະຊາດເພື່ອພັດທະນາເສດຖະກິດຢ່າງໄວ ແລະ ມີປະສິດທິຜົນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ເຮັດ​ວຽກ​ຢູ່​ແຂວງ​ດັກ​ນົງ
(ພາບ: chinhphu.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 09/02, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ດັກ​ນົງ ກ່ຽວກັບ​ສະພາບ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ທ້ອງ​ຖິ່ນ. ຢູ່​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປ​ກວດກາ​​ໂດຍ​ກົງລະດັບ​ຄວາມ​ຄືບ​ໜ້າ​ໃນການ​ຜັນ​ຂະຫຍາຍ​ໂຄງ​ການ Bauxit – Alumin ​ເຍີນ​ເກີ ຢູ່​ແຂວງ​ດັກ​ນົງ. ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ​ ເນັ້ນ​ໜັກ​ວ່າ: ​ເຂດ​ໄຕ​ງວຽນ ​ເວົ້າລວມ ​ແລະ ດັກ​ນົງ ​ເວົ້າ​ສະ​ເພາະມີ​ທີ່​ຕັ້ງ​ສຳຄັນ​ພິ​ເສດ, ດ້ວຍ​ບັນດາ​ທ່​າແຮງ, ຄວາມ​ສາມາດ​ບົ່ມຊ້ອນ​ເພື່ອ​ພັດທະນາ, ​ໂດຍ​ສະ​ເພາະ​ແມ່ນດິນ​ແດງ bazan, bauxit – alumin… ນີ້​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ດັກ​ນົງ ພັດທະນາ​ຢ່າງ​ວ່າງ​ໄວ ​ແລະ ໝັ້ນຄົງ, ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.

        ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ​ດັກ​ນົງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້ການ​ນຳ​ແຂວງ ຕ້ອງສຸມ​ໃສ່​ຊີ້​ນຳການ​ແກ້​ໄຂ​ຢ່າງ​ຂ້ຽວ​ຂາດ, ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ຕັດສິນ​ໃຈ​ບັນລຸ​ ​ແລະ ລື່ນ​ກາຍ​ບັນດາໜ້າ​ທີ່, ຄາດໝາຍ​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ​ໃນ​ປີ 2015 ຕິດ​ພັນ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ທຸກ​ຂັ້ນ​​ໃຫ້​ບັນລຸ​ຜົນສຳ​ເລັດ. ດັກ​ນົງ ຕ້ອງ​ສຸມ​ໃສ່​ພັດທະນາ​ເສດຖະກິດສັງຄົມ​ຢ່າງ​ໄວ​ກວ່າ, ມີ​ປະສິດທິ​ຜົນ​ກວ່າ ບົນ​ພື້ນຖານ​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມຊ້ອນ, ທ່າ​ແຮງ​ຂອງ​ທ້ອງ​ຖິ່ນ, ​ໂດຍ​ສະ​ເພາະ​ກ່ຽວ​ກັບທີ່​ດິນ, ອາກາດ​ເພື່ອ​ພັດທະນາ​ກະສິກຳ… ພ້ອມ​ທັງ​ຕ້ອງສ້າງ​ເງື່ອນ​ໄຂ​ສະດວກດ້ວຍ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ສົ່ງ​ເສີມ​ການ​ດຶງ​ດູດ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ, ​ແນ​ໃສ່​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ ​ແລະ ກຳລັງ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ​ກະ​ເສດ.

ຂ່າວ/ບົດ​ອື່ນ