ດຶງດູດການລົງທຶນຈາກຕ່າງປະເທດ - ຈຸດພົ້ນເດັ່ນປະກອບສ່ວນເຂົ້າໃນການເຕີບໂຕທາງດ້ານເສດຖະກິດຂອງຫວຽດນາມ

(VOVWORLD) -ດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 73% ໃນໄຕມາດທີ 1 ປີ 2022
ດຶງດູດການລົງທຶນຈາກຕ່າງປະເທດ - ຈຸດພົ້ນເດັ່ນປະກອບສ່ວນເຂົ້າໃນການເຕີບໂຕທາງດ້ານເສດຖະກິດຂອງຫວຽດນາມ - ảnh 1ຫວຽດນາມ ສືບຕໍ່ດຶງດູດເງິນລົງທຶນຈາກຕ່າງປະເທດ
(ພາບປະກອບ: dantri.com.vn)

ໃນອາທິດຜ່ານມາ, ໜັງສືພິມສາກົນສະບັບຕ່າງໆ ແລະ ຫາງສຽງໄດ້ລົງພິມຫຼາຍບົດຂຽນ, ຂໍ້ສັງເກດໂດຍຖືວ່າ ໜຶ່ງໃນບັນດາປັດໃຈປະກອບສ່ວນເຂົ້າໃນການເຕີບໂຕທາງດ້ານເສດຖະກິດຂອງ ຫວຽດນາມ ແມ່ນການດຶງດູດການລົງທຶນຈາກຕ່າງປະເທດ.

        ບັນດາບໍລິສັດ ເອີລົບ ນັບມືນັບມີທ່າອ່ຽງລົງທຶນເຂົ້າ ຫວຽດນາມ ແລະ ມີຄວາມເຊື່ອໝັ້ນວ່າກ່ຽວກັບແງ່ຫວັງການເຕີບໂຕເສດຖະກິດຂອງ ຫວຽດນາມ - ນັ້ນແມ່ນເນື້ອໃນເຊິ່ງໄດ້ເນັ້ນໜັກເຖິງໃນໜັງສືພິມ Le Petit Journal ແລະ Fibre to fashion. ບັນດາໜັງສືພິມໄດ້ຄັດສະເໜີຕົວເລກຈາກບົດລາຍງານຂອງ EuroCham ໂດຍຊີ້ໃຫ້ເຫັນວ່າ ດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດຂອງ ຫວຽດນາມ ໄດ້ເພີ່ມຂຶ້ນ 73% ໃນໄຕມາດທີ 1 ປີ 2022 ແລະ ມີເຖິງ 69% ສະມາຊິກຂອງສະຫະສະມາຄົມວິສາຫະກິດ ເອລົບ ປະຈຳ ຫວຽດນາມ (EuroCham) ເຊື່ອໝັ້ນວ່າ, ໃນໄຕມາດທີ 2 ປີ 2022, ພື້ນຖານເສດຖະກິດ ຫວຽດນາມ ຈະມີຄວາມສະຖຽນລະພາບ ແລະ ເຕີບໂຕ.

        ສ່ວນທ່ານ Nakajima Takeo, ຮອງປະທານສະຫະສະມາຄົມວິສາຫະກິດ ຍີ່ປຸ່ນ ປະຈຳ ຫວຽດນາມ (JCCI), ໃຫ້ຮູ້ວ່າ ບັນດາວິສາຫະກິດ ຍີ່ປຸ່ນ ຍາມໃດກໍ່ຖື ຫວຽດນາມ ແມ່ນສະຖານທີ່ລົງທຶນທີ່ດູດດື່ມ ເປັນສຳຄັນຍ້ອນປະເທດມີພື້ນຖານການເມືອງ - ສັງຄົມສະຖຽນລະພາບ, ແຮງງານມີຄຸນນະພາບສູງ, ແຫຼ່ງທີ່ດິນ ແລະ ຫ້ອງການອຸດົມສົມບູນ, ລາຄາເໝາະສົມ.

        ຕາມຕົວເລກຫຼ້າສຸດຂອງກົມໃຫຍ່ສະຖິຕິແລ້ວ, ເງິນລົງທຶນໂດຍກົງຈາກຕ່າງປະເທດ ທີ່ລົງທຶນຢູ່ ຫວຽດນາມ ສືບຕໍ່ແມ່ນຈຸດພົ້ນເດັນຂອງພື້ນຖານເສດຖະກິດ. ໃນໄລຍະ 4 ເດືອນ ຕົ້ນປີ 2022, ເງິນລົງທຶນໂດຍກົງຈາກຕ່າງປະເທດ ທີ່ລົງທຶນເຂົ້າ ຫວຽດນາມ ຄາດວ່່າບັນລຸກວ່າ 5,9 ຕື້ USD, ເພີ່ມຂຶ້ນ 7,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ