ດຶງດູດບັນດາວິສາຫະກິດຍີ່ປຸ່ນ ເຂົ້າມາລົງທຶນຢູ່ຫວຽດນາມ

ດຶງດູດບັນດາວິສາຫະກິດຍີ່ປຸ່ນ   ເຂົ້າມາລົງທຶນຢູ່ຫວຽດນາມ - ảnh 1
ເຂດອຸດສາຫະກຳແຫ່ງຫນຶ່ງ (ພາບປະກອບ:ຈາກ Internet)

(vovworld) - ວັນ​ທີ 27/2 ຢູ່ ຮ່າ​ໂນ້ຍ, ກົມ​ລົງທຶນ​ຕ່າງປະ​ເທດ, ສັງກັດ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ສົມ​ທົບ​ກັບກຸ່ມ​ບໍລິສັດ Forval ປະ​ເທດ​ຍີ່​ປຸ່ນ ຈັດ​ຕັ້ງ​ການ​ພົບ​ປະ​ສົນທະນາ “ດຶງ​ດູດ​ວິ​ສາ​ຫະກິດ​​ຂະຫນາດ​ກາງ ​ແລະ ນ້ອຍຂອງ​ຍີ່​ປຸ່ນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ​ຫວຽດນາມ.” ປະຈຸ​ບັນ ຍີ່​ປຸ່ນ​ຢືນ​ອັນ​ດັບ 4 ​ໃນ​ຈຳນວນ 92 ປະ​ເທດ ​ແລະ​ເຂດ​ແຄ້ວ​ນລົງທຶນ​ຢູ່​ຫວຽດນາມ ດ້ວຍ 1.670 ​ໂຄງການ, ຍອດ​ຈຳນວນ​ທຶນ​ແມ່ນ 23,6 ຕຶ້USD. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ລະດັບ​ການ​ລົງທຶນ​ຂອງ​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ​ຂອງ​ຍີ່​ປຸ່ນ​ເຂົ້າ​ບັນດາ​ເຂດ​ອຸດສາຫະກຳ​ຫວຽດນາມ ບໍ່​ທັນ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ. ທ່ານ ​ເຈີ​ນຢູຍດົງ, ຮອງ​ຫົວຫນ້າ​ກົມ​ຄຸ້ມ​ຄອງ​ບັນດາ​ເຂດ​ເສດຖະກິດ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ວາງ​ອອກ​ບາງ​ມາດ​ຕະການ​ລະອຽດ​​ພັດທະນາ​ບັນດາ​ເຂດ​ອຸດສາຫະກຳ ຕ້ອງຕິດ​ພັນ​ກັບ​ການ​ພັດທະນາ​ການວາງ​ແຜນ​ກຳນົດ​ທີ່​ກ່ຽວຂ້ອງ, ວາງ​ແຜນຜັງ​ຕົວ​ເມືອງ, ການ​ນຳ​ໃຊ້​ທີ່​ດິນ, ​ເຮືອນ​ຢູ່. ພວກ​ຂ້າພະ​ເຈົ້າ​ກໍ​ວາງ​ບັນດາ​ມາດ​ຕະການ, ນະ​ໂຍບາຍ​ສົ່ງ​ເສີມ​ບັນດາ​ເຈົ້າ​ຂອງ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ເຂດ​ອຸດສາຫະກຳ​ຕ້ອງ​ກໍ່ສ້າງ​ສຳ​ເລັດ​ພື້ນຖານ​ໂຄງ​ລ່າງ​ໃນ​ເຂດ​ອຸດສາຫະກຳ, ​ເຮັດ​ແນວ​ໃດ​ໃຫ້​ບັນດາ​ເຂດ​ອຸດສາຫະກຳ​ນີ້​ບັນລຸ​ມາດຕະຖານ​ທັນ​ສະ​ໄໝ, ​ແກ້ງ​ແຍ້​ງກັບ​ບັນດາ​ເຂດ​ອຸດສາຫະກຳ​ຢູ່​ພາຍ​ໃນ​ພາກ​ພື້ນ.”

ຂ່າວ/ບົດ​ອື່ນ