ດົ່ງນາຍ ດຶງດູດເງິນລົງ ທຶນຈາກຕ່າງປະເທດ

ດົ່ງນາຍ ດຶງດູດເງິນລົງ ທຶນຈາກຕ່າງປະເທດ  - ảnh 1
ບັນດາ​ເຂດ​ອຸດສາຫະກຳ​ໃນ​ບໍລິ​ເວນ​ແຂວງ ດົ່ງ​ນາຍ ດຶງ​ດູດ​​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ໄດ້ກ່ວາ 870 ລ້ານ USD
(ພາບປະກອບ)

(vovworld) - ​ແຕ່​ຕົ້ນ​ປີ ມາ​ຮອດ​ປະຈຸ​ບັນ, ບັນດາ​ເຂດ​ອຸດສາຫະກຳ​ໃນ​ບໍລິ​ເວນ​ແຂວງ ດົ່ງ​ນາຍ ດຶງ​ດູດ​​​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ໄດ້ກ່ວາ 870 ລ້ານ USD, ລື່ນ​ຄາດໝາຍ​ທີ່​ໄດ້ວາງ​ອອກ​ຂອງ​ທັງ​ປີ 2012. ​ໃນ​ນັ້ນ, ມີ 22 ​ໂຄງການ​ໄດ້ຮັບ​ໜັງສື​ອະນຸຍາດ​ລົງທຶນ​ໃໝ່ ​ແລ​ະ 28 ​ໂຄງການ​ທີ່​ເພີ່ມ​ເງິນ​ລົງທຶນ. ​ເປັນ​ໜ້າ​ສົນ​ໃຈແມ່ນ, ​ໂຄງການ​ລົງທຶນ​ຈາກ ຍີ່ປຸ່ນ ກວມ 60% ຈຳນວນ​ທຶນ, ນັບທັງ​ໂຄງການລົງທຶນ​ສະບັບ​ໃໝ່ ​ແລະ ​​ໂຄງການເພີ່ມ​ເງິນ​ລົງ​ທຶນ. ຄຽ​ງຄູ່​ກັບ​ການ​ຮຽກຮ້ອງ​ບັນດາ​ນັກ​ລົງທຶນ​ທີ່ມີ​ຂອບ​ຂະໜາດ​ໃຫຍ່, ​ແຂວງ ດົ່ງ​ນາຍ ຍັງ​ຍູ້​ແຮງ​ການ​ດຶງ​ດູດ​ບັນດາ​ວິ​ສາ​ຫະກິດ​ທີ່ມີ​ເຕັກ​ໂນ​ໂລ​ຢີສູງ ທີ່​ຂຶ້ນ​ກັບ​ບັນດາ​ຂົງ​ເຂດ​ຜະລິດ​ອຸປະກອນ​ການ​ແພດ, ອຸປະກອນ​ໂທລະພາບ ​ແລະ ດາວ​ທຽມ. ​​ໄລຍະ​ຈະ​ມາ​ເຖິງ, ​ແຂວງ ດົ່ງ​ນາຍ ສຸມ​​ໃສ່​ດຶງ​ດູດ​ເງິນ​ລົງ​ທຶນ​​ເຂົ້າຂະ​ແໜງ​ອຸດສາຫະກຳ​ສຳຮອງ​ຄື: ຜະລິດ​ເຄື່ອງອາ​ໄຫຼ່​ກົນ​ຈັກ, ພາຫະນະ​ຮັບ​​ໃຊ້​ການ​ກໍ່ສ້າງ.

 

ຂ່າວ/ບົດ​ອື່ນ