ດັດຊະນີ​ຄວາມ​ ໄວ້​ເນື້ອ​ເຊື່ອ​ໃຈ​ ເສດຖະກິດ​ຫວຽດນາມ ເປັນ​ປົກກະຕິ

ດັດຊະນີ​ຄວາມ​ ໄວ້​ເນື້ອ​ເຊື່ອ​ໃຈ​ ເສດຖະກິດ​ຫວຽດນາມ ເປັນ​ປົກກະຕິ - ảnh 1

(ພາບ:melo-niez.co.cc)

( vovworld ) –  ອົງການຈັດ​ອັນ​ດັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ມີ​ຊື່​ສຽງ Standard&Poor’s ປະ​ເທດ​ອາ​ເມ​ລິ​ກາ ຫາ​ກໍ່​ຍົກ​ຄະ​ແນນ​ແງ່​ຫວັງ​ເສດຖະກິດ​ຂອງ​ຫວຽດນາມ ຈາກ​ລະດັບ “ຫຍໍ້​ທໍ້“ ຂຶ້ນ​ “ເປັນ​ປົກກະຕິ“. ການ​ຕີ​ລາຄາ​ດັ່ງກ່າວ​ອີງ​ຕາມ​ຜົນສຳ​ເລັດ​ໃນ​ການ​ຫລຸດ​ອັດຕາ​​ໄພ​ເງິນ​ເຟີ້​ຂອງ​ຫວຽດນາມ. ​ແຈ້ງ​ການ​ຂອງ Standard&Poor’s ຖື​ວ່າ: ບັນດາ​ໄພ​ອັນຕະລາຍ​ກ່ຽວ​ກັບ​ການ​ຮັກສາ​​ເສດຖະກິດ​ມະຫາ​ພາກ​ ​ແລະ ການ​ເງິນເປັນ​ປົກກະຕິ​ຢູ່​ຫວຽດນາມ ​ໄດ້​ຖືກ​ຫລຸດ​ລົງ​ແລ້ວ. ປີ 2011, ຫວຽ​ດນາມ ​ໄດ້​ປ່ຽນ​ແປງ​ນະ​ໂຍບາຍ ຈາກ​ການ​ຊຸກຍູ້​ການ​ເຕີບ​ໂຕ​ສູງ ​ໄປ​ເປັນ​ການ​ຮັກສາ​ລາຄາ​ເປັນ​ປົກກະຕິ ​ແລະ ຮັບ​ມື​ກັບ​ບັນດາ​ການ​ທ້າ​ທາຍ​ຕ່າງໆ​ຄື: ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ຫລຸດ​ລົງ, ການຂາດ​ດຸນ​ງົບປະມານ​ເພີ່ມ​ຂຶ້ນ​ສູງ, ກຳລັງ​ດັນ​ໃນ​ການ​ຫລຸດ​ຄ່າ​ເງິນ​ດົ່ງ​ຫວຽດນາມ. ດ້ວຍ​ເລື່ອງ​ຫລຸດຜ່ອນ​ອັດຕາ​ດອກ​ເບັ້ຍ​ເງິນ​ກູ້​ຢືມ​ນັ້ນ, ລັດຖະບານ​ຄວບຄຸມ​ອັດຕາ​​ໄພ​ເງິນ​ເຟີ້​ຈາກ 2 ຕົວ​ເລກ​ລົງ​ຍັງ​ເຫຼືອ​ພຽງ 8,3% ​ໃນ​ເດືອນ 5/2012.

ຂ່າວ/ບົດ​ອື່ນ