ດັດຊະນີດ້ານຍຸຕິທຳສ່ອງແສງຄວາມສາມາດສຳຜັດດ້ານຍຸຕິທຳຂອງປະຊາຊົນ

ດັດຊະນີດ້ານຍຸຕິທຳສ່ອງແສງຄວາມສາມາດສຳຜັດດ້ານຍຸຕິທຳຂອງປະຊາຊົນ - ảnh 1
ທ່ານ Bakhodir Burkhanov ຮອງ​ຜູ້ອຳ​ນວຍການ​ແຫ່ງ​ຊາດ​ຂອງ ອົງການສະຫະ​ປະຊາ​ຊາດ​​ເພື່ອ​ການພັດທະນາ UNDP ປະຈຳ​ຫວຽດນາມ​

(Vovworld) - ບົ​ົດລາຍ​ງານດັດຊະນີດ້ານ​ຍຸຕິ​ທຳ 2012 ​ຕີ​ລາຄາ​ສະພາບ​ຕົວ​ຈິງ​ກ່ຽວ​ກັບ​ຄວາມ​ຍຸຕິ​ທຳ ​ແລະ ສະ​ເໝີ​ພາບ​ໂດຍ​ອີງ​ບົນ​ຄວາມ​ເຫັນ​ຂອງ​ປະຊາຊົນ​ຫວຽດນາມ ຫາ​ກໍ​ຖືກ​ປະກາດ​ເມື​ອ່ວັນ​ທີ 3/10 ຢູ່​ຮ່າ​ໂນ້ຍ. ທ່ານ Bakhodir Burkhanov ຮອງ​ຜູ້ອຳ​ນວຍການ​ແຫ່ງ​ຊາດ​ຂອງ ອົງການສະຫະ​ປະຊາ​ຊາດ​​ເພື່ອ​ການພັດທະນາ UNDP ປະຈຳ​ຫວຽດນາມ​ໃຫ້​ຮູ້​ວ່າ : ດັດຊະນີ​ຖືກ​ປະກາດ​ໂດຍ​ອີງ​ບົນ​ໝາກຜົນ​ທາ​ບທາມ​ຄຳ​ເຫັນ​ຂອງ​ປະຊາຊົນກ່ວາ 5.000 ຄົນ ທີ່​ຂຶ້ນ​ກັບ​ຫຼາຍ​ຊັ້ນ​ຄົນ​ໃນ​ສັງຄົມ​ໃນ​ທົ່ວປະ​ເທດ​ຫວຽດນາມ. ດັດຊະນີດ້ານ​ຍຸຕິ​ທ​ຳ ສ່ອງ​ແສງ​ຄຳ​ເຫັນ ​ແລະ ຄຳ​ໃຫ້​ສັງ​ເກດ​ຂອງ​ປະຊາຊົນ​ກ່ຽວ​ກັບ​ປະ​ສິດທິ​ຜົນ​ການ​ເຄື່ອນ​ໄຫວຂອງ​ບັນດາ​ອົງການ​ແຫ່ງ​ລັດ​ໃນ​ການ​ຮັບປະກັນ​ຍຸດຕິ​ທຳ ​ແລະ ບັນດາ​ສິດ​ພື້ນຖານ​ຂອງ​ປະຊາຊົນ.

  ສ່ວນທ່ານ ຝ້າ​ມກວກ​ແອ​ງ, ປະທານ​ສະມາຄົມ​ນັກ​ທະນາ​ຍຄວາມຫວຽດນາມ​ຢືນຢັນ​ວ່າ ການ​ປະກາດດັດຊະນີດ້ານ​ຍຸຕິ​ທ​ຳ ​ແມ່ນ​ຂໍ້​ລິ​ເລີ່​ມທີ່​ສຳຄັນ, ສ່ອງ​ແສງ​ຄຳ​ເຫັນ ​ແລະ ຄວາມ​ມຸ່ງ​ຫວັງຂອງ​ປະຊາຊົນ​ກ່ຽວ​ກັບສັງຄົມ​ປະຊາທິປະ​ໄຕ ​ແລະ ຍຸຕິ​ທຳ ຊຶ່ງ​ຫວຽດນາມ​ພວມ​ປະຕິບັດ.

ຂ່າວ/ບົດ​ອື່ນ