ດານັ້ງ ຊຸກຍູ້ການຮ່ວມມືກັບ ຊູແອັດ ກ່ຽວກັບພື້ນຖານໂຄງລ່າງຍຸດທະສາດອັດສະລິຍະ ແລະ ຍືນຍົງ

(VOVWORLD) - ທີ່ການຕ້ອນຮັບ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັ້ງ ເຈິ່ນຈີ໋ເກື່ອງ, ແບ່ງປັນວ່າ: ນະຄອນ ໄດ້ຮັບການກຳນົດແມ່ນແກ່ນສານການເຕີບໂຕຂອງເຂດເສດຖະກິດຈຸດສຸມພາກກາງ ຫວຽດນາມ.
ດານັ້ງ ຊຸກຍູ້ການຮ່ວມມືກັບ ຊູແອັດ ກ່ຽວກັບພື້ນຖານໂຄງລ່າງຍຸດທະສາດອັດສະລິຍະ ແລະ ຍືນຍົງ - ảnh 1ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັ້ງ ເຈິ່ນຈີ໋ເກື່ອງ ກ່າວຄຳເຫັນທີ່ການເຮັດວຽກ
(ພາບ:Thanh Hà/VOV)

ວັນທີ 15 ພຶດສະພາ, ທ່ານ Andreas Carlson, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ເຄຫາ ຊູແອັດ ນຳໜ້າຄະນະປະຕິບັດງານໄດ້ຢ້ຽມຢາມ, ເຮັດວຽກກັບການນຳນະຄອນ ດານັ້ງ.

        ທີ່ການຕ້ອນຮັບ, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນ ດານັ້ງ ເຈິ່ນຈີ໋ເກື່ອງ, ແບ່ງປັນວ່າ: ນະຄອນ ໄດ້ຮັບການກຳນົດແມ່ນແກ່ນສານການເຕີບໂຕຂອງເຂດເສດຖະກິດຈຸດສຸມພາກກາງ ຫວຽດນາມ. ປະຈຸບັນ, ດານັ້ງ ມີການພົວພັນຮ່ວມມືກັບ 48 ທ້ອງຖິ່ນຂອງ 22 ປະເທດ ແລະ ເຂດແຄ້ວນ. ນະຄອນເປັນກຽດໄດ້ຮັບລາງວັນນະຄອນ ອັດສະລິຍະ ຫວຽດນາມ ແລະ ມີຫຼາຍລາງວັນອື່ນໆ. ທ່ານ ເຈິ່ນຈີ໋ເກື່ອງ, ແບ່ງປັນວ່າ:

        “ພວກຂ້າພະເຈົ້າປາດຖະໜາວ່າ: ທ່ານລັດຖະມົນຕີຈະສືບຕໍ່ເປັນຂົວຕໍ່, ຊຸກຍູ້ການພົວພັນຮ່ວມມືລະຫວ່າງນະຄອນ ດານັ້ງ ກັບບັນດາຄູ່ຮ່ວມມືຂອງ ຊູແອັດ. ໃນນັ້ນ, ສຸມໃສ່ຕົ້ນຕໍເຂົ້າບັນດາຂົງເຂດທ່ອງທ່ຽວ, ສິ່ງແວດລ້ອມ, ພັດທະນາພື້ນຖານໂຄງລ່າງ ກໍ່ຄືຊ່ວຍໂຄສະນາ, ແນະນຳນະຄອນ ດານັ້ງ ກັບບັນດາວິສາຫະກິດ, ບັນດານັກລົງທຶນຂອງ ຊູແອັດ ໃຫ້ມີການຄົ້ນຄ້ວາ, ເຂົ້າຮ່ວມລົງທຶນພັດທະນາຢູ່ນະຄອນ ດານັ້ງ”.

        ສ່ວນທ່ານ Andreas Carlson, ລັດຖະມົນຕີກະຊວງພຶ້ນຖານໂຄງລ່າງ ແລະ ເຄຫາ ຊູແອັດ ໃຫ້ຮູ້ວ່າ: ໃນຍຸດທະສາດໃໝ່ຂອງ ຊູແອັດ ກ່ຽວກັບການຄ້າ, ການລົງທຶນ ແລະ ກຳລັງຄວາມສາມາດແກ່ງແຍ້ງທົ່ວໂລກ, ຊູແອັດ ສຸມໃສ່ພິເສດເຂົ້າພາກພື້ນ ອາຊີ ແລະ ຫວຽດນາມ ແມ່ນໜຶ່ງຄູ່ຮ່ວມມືທີ່ສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ