ດ່າ​ນັ້ງ, ວັນ​ບຸນ “ບໍ​ລິ​ຈາກ​ເລືອດ​ ເພື່ອ​ເພື່ອນຮ່ວມກົມກອງ​ທີ່​ຮັກ​ແພງ ”

(VOVWORLD) -ວັນທີ 14 ມີນາ, ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈນະຄອນດ່ານັ້ງ ໄດ້ສົມທົບກັບໂຮງໝໍ 199 (ກະຊວງຕຳຫຼວດ) ແລະ ບັນດາກົມກອງ ເພື່ອຈັດຕັ້ງລາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈເພື່ອເພື່ອນຮ່ວມກົມກອງທີ່ຮັກແພງ.
ດ່າ​ນັ້ງ, ວັນ​ບຸນ “ບໍ​ລິ​ຈາກ​ເລືອດ​ ເພື່ອ​ເພື່ອນຮ່ວມກົມກອງ​ທີ່​ຮັກ​ແພງ ” - ảnh 1ບັນດານັກຮົບ, ພະລາກອນເຂົ້າຮ່ວມການບໍລິຈາກເລືອດ (ພາບ: nhandan.com.vn)

ມີ ພະນັກງານ, ນັກຮົບ, ພາລະກອນການແພດ ຂອງໂຮງໝໍ 199 ແລະ ຄະນະຊາວໜຸ່ມບັນດາໜ່ວຍງານກົມຄຸ້ມຄອງຄົນເຂົ້າອອກເມືອງ, ຫ້ອງການກຳລັງອາລັກຂາພາກກາງ, ທ່າອາກາດສະຍານສາກົນ ດ່ານັ້ງ 300 ຄົນ ໄດ້ບໍລິຈາກເລືອດ ກ່ວາ 200 ຖົງ, ເພື່ອຕອບສະໜອງຄວາມຕ້ອງການໃນວຽກງານປິ່ນປົວຢູ່ບັນດາໂຮງໝໍ. ອ້າຍຟຸ່ງກາວເກືອງ, ເລຂາຄະນະຊາວໜຸ່ມໂຮງໝໍ 199 ໃຫ້ຮູ້ວ່າ:

        ຂ້າພະເຂົ້າຮູ້ສຶກດີໃຈເມື່ອໄດ້ເຂົ້າຮ່ວມການບໍລິຈາກເລືອດ. ຫວັງວ່າເລືອດຂອງຕົນຈະປະກອບສ່ວນ ເຂົ້າໃນການກອບກູ້ເອົາຊີວິດຄົນເຈັບທີ່ພວມມີຄວາມຕ້ອງການເລືອດ ແລະ ພິເສດແມ່ນບັນດາຜູ້ຕິດເຊື້ອພະຍາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ