ດ່ານັງຈັດລາຍການ ສະແດງສິລະປະສ້າງ ກອງທຶນຊ່ວຍເຫຼືອຜູ້ ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ

ດ່ານັງຈັດລາຍການ ສະແດງສິລະປະສ້າງ ກອງທຶນຊ່ວຍເຫຼືອຜູ້ ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ - ảnh 1

(ພາບ:vietskyevent.vn)

(vovworld): ​ຕອນ​ຄ່ຳວັນ​ທີ 13/1, ຢູ່​​ໂຮງ​ລະຄອນ​ຈຶງ​ເວື​ອງ, ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ ສົມທົບ​ກັບ​ວິທະຍຸ​ກະຈາຍສຽງ-​ໂທລະພາບ​ດ່າ​ນັງ, ໜັງສືພິມ​ດ່າ​ນັງ ຈັດ​ຕັ້ງລາຍການ​ສະ​ແດງ​ສິລະ​ປະ “ລະດູບານ​ໃໝ່​ເພື່ອ​​ເກັນ​ນ້ອຍ“ ​ເພື່ອ​ສ້າງ​ກອງ​ທຶນ​ກຸສົນ​ຊ່ວຍຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ໃນ​ບໍລິ​ເວນ​ນະຄອນ 5000 ຄົນ. ທ່ານ​ນາງ​ຫງວຽນ​ທິຮ່ຽນ ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນນະຄອນ​ດ່າ​ນັງ ​ໃຫ້​ຮູ້​ວ່າ:

  “ຄວາມ​ໝາຍຂອງ​ລາຍການ ​“ລະດູບານ​ໃໝ່​ເພື່ອ​​ເດັກນ້ອຍ“ ນັ້ນແມ່ນພວກ​ຂ້າພະ​ເຈົ້າ​ໂຄສະ​ນາ​ຂົນຂວາຍ​ບັນດາ​ຜູ້​ມີ​ໃຈ​ບູນ​ໃຈ​ກຸສົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າຮ່ວມ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ສະໜັບສະໜູນຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດຢ່າງ​ເບິ​ກບານ​ມ່ວນ​ຊື່ນ. ພວກ​ຂ້າພະ​ເຈົ້າຮຽກຮ້ອງ​ໃຫ້​ປະຊາ​ຄົມ​ຈົ່ງ​ຮ່ວມ​ແຮງ​ຮ່ວມ​ໃຈ​ແບ່ງປັນຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້ຕ້ອນຮັບ​ບຸນປີ​ໃໝ່​ດ້ວຍ​ຄວາມ​ອົບອຸ່ນ​ ​ແລະ ມ່ວນ​ຊື່ນກ່ວາ“

 

 

 

ຂ່າວ/ບົດ​ອື່ນ