ດາວທຽມ NanoDragon ຂອງຫວຽດນາມ ພ້ອມແລ້ວທີ່ຈະຍິງຂຶ້ນວົງໂຄຈອນ

(VOVWORLD) -ດາວທຽມ NanoDragon ໂດຍບັນດານັກວິສະວະກອນອອກແບບ, ຜະລິດຢູ່ພາຍໃນປະເທດ ໄດ້ຜ່ານບັນດາການທົດລອງຢູ່ ຍີ່ປຸ່ນ ແລະ ພ້ອມແລ້ວທີ່ຈະຍິງຂຶ້ນວົງໂຄຈອນ.
ດາວທຽມ NanoDragon ຂອງຫວຽດນາມ ພ້ອມແລ້ວທີ່ຈະຍິງຂຶ້ນວົງໂຄຈອນ - ảnh 1(ດາວທຽມ NanoDragon)

ສູນອາວະກາດຫວຽດນາມ, ສະພາມະຫາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ, ໃຫ້ຮູ້ວ່າ ດາວທຽມ NanoDragon ໂດຍບັນດານັກວິສະວະກອນອອກແບບ, ຜະລິດຢູ່ພາຍໃນປະເທດ ໄດ້ຜ່ານບັນດາການທົດລອງຢູ່ ຍີ່ປຸ່ນ ແລະ ພ້ອມແລ້ວທີ່ຈະຍິງຂຶ້ນວົງໂຄຈອນ. ທ່ານ ເລຊວັນຮຸຍ, ຮອງຜູ້ອຳນວຍການໃຫຍ່ສູນອາວະກາດຫວຽດນາມ, ຖືວ່າ ເລື່ອງຜະລິດດາວທຽມ NanoDragon ແມ່ນບາດກ້າວຕໍ່ໄປໃນວິວັດການເປັນເຈົ້າເຕັກໂນໂລຊີດາວທຽມຢູ່ຫວຽດນາມ.

        “ເຕັກໂນໂລຊີອາວະກາດແມ່ນຂະແໜງເຕັກໂນໂລຊີສູງ, ຮຽກຮ້ອງແຫຼ່ງຊັບພະຍາກອນຕ້ອງມີລະດັບຄວາມຮູ້, ກ່ຽວກັບດ້ານພື້ນຖານໂຄງລ່າງກໍ່ຕ້ອງຄົບຖ້ວນ ແລະ ການກຳນົດທິດພັດທະນາຂອງມັນກໍ່ຕ້ອງຍາວໄກພໍສົນຄວນ. ຍ້ອນວ່າ, ເພື່ອພັດທະນາດາວທຽມໜ່ວຍໜຶ່ງຕ້ອງເສຍເວລາແຕ່ 5 ຫາ 7 ປີ, ສະນັ້ນ ຖ້າພວກເຮົາບໍ່ມີການກຳນົດທິດໃນໄລຍະຍາວ ແມ່ນຍາກທີ່ຈະຮັກສາໄດ້ຖັນແຖວຊັບພະຍາກອນມະນຸດ, ຕ້ອງມີການລົງທຶນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ”.

ຕອບກັບ

ຂ່າວ/ບົດ​ອື່ນ