ດ່າໜັງ ໃຫ້ບຸລິມະສິດພັດທະນາຂະແໜງອຸດສາຫະກຳອອກແບບ, ຜະລິດ ໄມໂຄຣຊິບ

(VOVWORLD) - ການພັດທະນາຂະແໜງການອອກແບບ ແລະ ຜະລິດໄມໂຄຣຊິບແມ່ນຂົງເຂດບຸລິມະສິດຂອງນະຄອນ. ເປົ້າໝາຍແມ່ນຮອດປີ 2030, ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 30% GRDP ຂອງນະຄອນ
ດ່າໜັງ ໃຫ້ບຸລິມະສິດພັດທະນາຂະແໜງອຸດສາຫະກຳອອກແບບ, ຜະລິດ ໄມໂຄຣຊິບ - ảnh 1(ທີ່ກອງປະຊຸມສຳມະນາ)

ດ່າໜັງ ແມ່ນ 1 ໃນຈຳນວນ 3 ສູນກາງຂອງຂະແໜງອຸດສາຫະກຳ ໄມໂຄຣຊິບ, ເຄິ່ງຊັກນຳໄຟຟ້າໃນທົ່ວປະເທດ, ຄວາມຕ້ອງການດ້ານຊັບພະຍາກອນມະນຸດໃນ ຂະແໜງນີ້ແມ່ນໃຫຍ່ຫຼວງທ່ີສຸດ. ນີ້ແມ່ນບັນຫາທີ່ໄດ້ວາງອອກທີ່ກອງປະຊຸມສຳມະນາ “ພັດທະນາແຫຼ່ງຊັບພະຍາກອນມະນຸດເພື່ອຮັບໃຊ້ຂະແໜງອຸດສາຫະກໍາໄມໂຄຣຊິບ, ເຄິ່ງຊັກນຳໄຟຟ້າ; ບັນຫາວາງອອກສຳລັບນະຄອນດານັງ” ໂດຍຄະນະກຳມະການປະຊາຊົນນະຄອນ ດ່ານັງ ຈັດຂຶ້ນໃນຕອນເຊົ້າວັນທີ 10 ຕຸລາ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເລຈູງຈິງ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຢືນຢັນວ່າ, ການພັດທະນາຂະແໜງການອອກແບບ ແລະ ຜະລິດໄມໂຄຣຊິບແມ່ນຂົງເຂດບຸລິມະສິດຂອງນະຄອນ. ເປົ້າໝາຍແມ່ນຮອດປີ 2030, ເສດຖະກິດດີຈີຕອນກວມເອົາຢ່າງໜ້ອຍສຸດ 30% GRDP ຂອງນະຄອນ; ບັນລຸໜ້ອຍສຸດມີວິສາຫະກິດເຕັກໂນໂລຊີດີຈີຕອນ 8,950 ແຫ່ງ ແລະ ຊັບພະຍາກອນມະນຸດດ້ານເຕັກໂນໂລຊີດີຈີຕອນ 115,000 ຄົນ:

          “ບັນດາແຫຼ່ງກຳລັງບໍ່ພຽງແຕ່ແມ່ນກາລະໂອກາດໃໝ່ເທົ່ານັ້ນ, ຫາກຍັງແມ່ນຄວາມຕັດສິນໃຈອັນໃຫຍ່ຫຼວງຂອງທົ່ວລະບົບການເມືອງ, ຂອງປະຊາຄົມວິສາຫະກິດ ແລະ ບັນດາຮາກຖານບຳລຸງສ້າງ ເພື່ອມີການປ່ຽນແປງໃນຂົງເຂດເຊິ່ງ ດ່ານັ້ງ ມີທ່າແຮງໃດໜຶ່ງ. ສະນັ້ນ, ຕ້ອງມີມາດຕະການແກ້ໄຂ, ຄື: ບຳລຸງສ້າງກຸ່ມ ວິສາວະກອນທີ່ເຕັກນິກມີຢູ່ແລ້ວ, ມີນະໂຍບາຍໃຫ້ແກ່ນັກສຶກສາຮຽນວິຊາ ໄມໂຄຣຊິບ, ເຄິ່ງຊັກນຳໄຟຟ້າ, ດຶງດູດນັກຊ່ຽວຊານ; ລົງທຶນພັດທະນາໃຫ້ວິສາຫະກິດໄມໂຄຣຊິບຈໍານວນໜຶ່ງທີ່ພວມມີຢູ່ແລ້ວ...”

ຕອບກັບ

ຂ່າວ/ບົດ​ອື່ນ