ດ່າໜັງແມ່ນໜຶ່ງໃນ ຈຳນວນ100 ນະຄອນ ສາມາດຮັບມືກັບ ການປ່ຽນແປງຂອງ ດິນຟ້າອາກາດ

ດ່າໜັງແມ່ນໜຶ່ງໃນ ຈຳນວນ100 ນະຄອນ ສາມາດຮັບມືກັບ ການປ່ຽນແປງຂອງ ດິນຟ້າອາກາດ - ảnh 1
ນະຄອນ ດ່າໜັງ
(ພາບປະກອບ)


(vovworld) – ນະຄອນ ດ່າ​ໜັງ ​ໄດ້​ເລື່ອນຂຶ້ນ​ຜ່ານ 400 ນະຄອນ​ໃນ​ທົ່ວ​ໂລກ, ກາຍ​ເປັນ​ໜຶ່ງ​​ໃນ​ຈຳ​ນວນ 33 ນະຄອນ​ທຳ​ອິດ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເຂົ້າ​ໃນ​ເຄືອ​ຂ່າຍ 100 ນະຄອນ​ມີ​ຄວາມ​ສາມາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໂດຍ​ກອງ​ທຶນ Rockefeller (ອາ​ເມ​ລິ​ກາ) ອຸປະຖຳ. ຕາມ​ນັ້ນ​ແລ້ວ, ດ່າ​ໜັງ ​​ໄດ້​ຊົມ​ໃຊ້ບ້ວງ​ເງິນຊ່ວຍ​ເຫຼືອ​ທີ່​ມີ​ມູນ​ຄ່າ 1 ລ້ານ USD, ​ໄດ້​ຮັບ​ການຖ່າຍ​ທອດ​ຄວາມ​ຮູ້​ດ້ານ​ວິຊາ​ສະ​ເພາະ, ບົດຮຽນ ​ແລະ ​ແຫຼ່ງກຳລັງ​ເພື່ອ​ສ້າງ​ຍຸດ​ທະ​ສາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ສະຕະວັດ​ທີ 21. ທ່ານ ຟູ່ງ​ເຕີ໋ນວຽດ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ, ຫົວໜ້າ​ຄະນະ​ຊີ້​ນຳ​ຮັບ​ມື​ກັບ​ການ​ປ່ຽນ​ແປ​ງຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ​ຂ​ອງນະຄອນ ດ່າ​ໜັງ, ຢັ້ງຢືນ​ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນະຄອນ​ປະຕິບັດ​ແຜນການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ກ່າວ​ວ່າ:

    “ພວກ​ຂ້າພະ​ເຈົ້າ​ແບ່ງປັນ​ບົດຮຽນ ​ແລະ ພ້ອມ​ທັງ​ຖອດ​ຖອນ​ບົດຮຽນ​ຈາກ​ກຸ່ມ 33 ນະຄອນ​ໄດ້​ຮັບ​ການ​​ເລືອ​ກ​ເຟັ້ນ. ຜ່ານ​ນັ້ນ, ຄວາມ​ຮັບຜິດ​ຊອບ​ຂອງ​ພວກ​ເຮົາ​​ແມ່ນສູ່​ງກ່ວາ​ກ່ຽວ​ກັບ​ການ​ຍົກ​ສູງ​ລັກ​ສະ​ນະ​ພະຍາກອນ, ປ້ອງ​ກັນ, ຮັບ​ມື ​ເພື່ອ​ຫລຸດ​ຜ່ອນ​ຄວາມ​ເສຍ​ຫາຍ​ດ້ານ​ວັດຖຸ ​ແລະ ຊີວິດ​ອິນ​ຊີ​ລົງ​ໃນ​ລະດັບ​ຕຳ່​ສຸດ. ດ້ວຍ​ໝາກຜົນ​ນີ້, ພວກ​ເຮົາ​ຈະ​ມາ​ແຜນ​ການ​ເຄື່ອນ​ໄຫວ​ໄວ​ກ່ວາ, ຄົບ​ຖ້ວນກ່ວາ, ລະອຽດ​ກ່ວາ ​ເມື່ອ​ທຽບ​​ໃສ່ບັນດາ​ກໍ​ລະ​ນີຮັບ​ມື​ກັບ​ພະຍຸ, ນ້ຳ​ຖ້ວມ, ​ໄພ​ທຳ​ມະ​ຊາດ, ພິ​ເສດ​ແມ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.”

ຂ່າວ/ບົດ​ອື່ນ