ດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບເພື່ອອະນາຄົດຍືນຍົງໃຫ້ແກ່ລຸ້ນໜຸ່ມ ຫວຽດນາມ

(VOVWORLD) - ເດັກນ້ອຍແມ່ນຂອງປະຈຸບັນ ແລະ ກໍ່ແມ່ນຂອງອະນາຄົດ, ບັນດາການເຄື່ອນໄຫວດຳເນີນທຸລະກິດຈະບໍ່ຍືນຍົງຖ້າຫາກບໍ່ຄິດໄລ່ເຖິງຜົນກະທົບສຳລັບເດັກ.
ດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບເພື່ອອະນາຄົດຍືນຍົງໃຫ້ແກ່ລຸ້ນໜຸ່ມ ຫວຽດນາມ - ảnh 1ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ
(ພາບ: UNICEF Việt Nam)

        ດຳເນີນທຸລະກິດໃຫ້ມີຄວາມຮັບຜິດຊອບເພື່ອອະນາຄົດຍືນຍົງໃຫ້ແກ່ລຸ້ນໜຸ່ມ ຫວຽດນາມ. ນີ້ແມ່ນຫົວຂໍ້ຂອງເວທີປາໄສກ່ຽວກັບສິດທິເດັກ ແລະ ວິສາຫະກິດ ໂດຍກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ປະຈຳ ຫວຽດນາມ ແລະ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັນຈັດຂຶ້ນໃນວັນທີ 30 ພຶດສະພາ, ຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ເນັ້ນໜັກວ່າ, ເດັກນ້ອຍແມ່ນຂອງປະຈຸບັນ ແລະ ກໍ່ແມ່ນຂອງອະນາຄົດ, ບັນດາການເຄື່ອນໄຫວດຳເນີນທຸລະກິດຈະບໍ່ຍືນຍົງຖ້າຫາກບໍ່ຄິດໄລ່ເຖິງຜົນກະທົບສຳລັບເດັກ.

        ຫວຽດນາມ ນັບມື້ນັບເຂົ້າຮ່ວມລະບົບສະໜອງທົ່ວໂລກຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດຢ່າງແໜ້ນແຟ້ນກວ່າ. ຫວຽດນາມ ກໍ່ສະແດງໃຫ້ເຫັນຄຳໝັ້ນສັນຍາຊຸກຍູ້ການເຕີບໂຕກວມລວມ, ພັດທະນາແບບຍືນຍົງ, ພວມຢູ່ໃນວິວັດການສ້າງແຜນການກະທຳລະດັບຊາດກ່ຽວກັບການສ້າງກົດໝາຍ, ນະໂຍບາຍໃຫ້ສົມບູນແບບ ເພື່ອຊຸກຍູ້ການເຄື່ອນໄຫວດຳເນີນທຸລະກິດຢ່າງມີຄວາມຮັບຜິດຊອບຂອງບັນດາວິສາຫະກິດ, ໄລຍະ 2023 – 2027. ບັນດາຜູ້ແທນໄດ້ເຫັນດີໂດຍຖືວ່າ ແຜນການກະທຳລະດັບຊາດ ຕ້ອງເພີ່ມທະວີມາດຕະການພິເສດເພື່ອຮັບປະກັນການສະກັດກັ້ນ, ຫຼຸດຜ່ອນຜົນກະທົບທີ່ບໍ່ດີ, ຍູ້ໄວຄວາມກ້າວໜ້າກ່ຽວກັບສຸຂະພາບ, ໂພສະນາການ, ການສຶກສາ, ນ້ຳສະອາດ, ອະນາໄມສິ່ງແວດລ້ອມ… ໃຫ້ແກ່ເດັກ.

ຕອບກັບ

ຂ່າວ/ບົດ​ອື່ນ