ຕັ້ງຮູບຫລໍ່ທອງແດງປະທານໂຮ່ຈິມີນ ຢູ່ ນະຄອນ Milan ປະເທດ ອີຕາລີ

ຕັ້ງຮູບຫລໍ່ທອງແດງປະທານໂຮ່ຈິມີນ ຢູ່ ນະຄອນ Milan ປະເທດ ອີຕາລີ - ảnh 1
ຮູບ​ຫລໍ່ທອງ​ແດງ​ປະທານ​ໂຮ່ຈິ​ມີນ
ພາບ:vietnamplus.vn



(vovword)- ວັນ​ທີ 5/6, ສະຖານ​ທູດ ຫວຽດນາມ ຢູ່ ອີ​ຕາ​ລີ ​ໄດ້​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ນະຄອນ Milan, ສະມາຄົມມິດຕະພາບ ອີ​ຕາ​ລີ - ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຕັ້ງ​ຮູບ​ຫລໍ່ທອງ​ແດງ​ປະທານ​ໂຮ່ຈິ​ມີນ ຢູ່ ນະຄອນ Milan ປະ​​ເທດ ອີ​ຕາ​ລີ. ຮູບ​ຫລໍ່​ທອງ​ແດງ​ດັ່ງກ່າວ​ຖືກ​ຕັ້ງ​ຢູ່​ໃນ​ຮ້ານ Antica Trattoria della Pesa ​ເລກທີ 10 ຖະໜົນ Pasubio ນະຄອນ Milan ຊຶ່ງ​ແມ່ນ​ສະຖານ​ທີ່​ປະທານ​ໂຮ່ຈິ​ມີນ​ເຄີຍ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ໃນ​ຊຸມ​ປີ 1930. ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່ານ Dang Khanh Thoai ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ​ປະຈຳ ອີ​ຕາ​ລີ ​ໃຫ້​ຮູ້​ວ່າ: ຮູບ​ຫລໍ່​ທອງ​ແດງ​ປະທານ​ໂຮ່ຈິ​ມີນ ​ໂດຍ​ແມ່ນ​ລັດ ຫວຽດນາມ ມອບ​ໃຫ້​ນະຄອນ Milan. ​ເລື່ອງ​ຕັ້ງ​ຮູບ​ຫລໍ່​ທອງ​ແດງ​ປະທານ​ໂຮ່ຈິ​ມີນ ຢູ່ ຮ້ານ Antica Trattoria della Pesa ມີ​ຄວາມ​ໝາຍດ້ານ​ປະຫວັດສາດ​ທີ່​ສັກກະ​ລະ​ບູຊາ. ປະຈຸ​ບັນ ​ແຫ່ງ​ນີ້​ແມ່ນ​ຈຸດນັດ​ພົບ​ຂອງ​ຄະນະ​ການ​ນຳ​ ຫວຽດນາມ ທຸກ​ຂັ້ນ ​ແລະ ປະຊາຊົນ ຫວຽດນາມ ​ເມື່ອ​ເຂົາ​ເຈົ້າ​ມາ​ຢ້ຽມຢາມ ອີ​ຕາ​ລີ ພ້ອມ​ທັງ​ແມ່ນ​ສະຖານ​ທີ່​ເພື່ອ​​ໃຫ້​ຊາວ ອີ​ຕາ​ລີ ​ແລະ ​ເພື່ອນ​ມິດສາ​ກົນທີ່​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ປະທານ​ໂຮ່ຈິ​ມີນ.

ຂ່າວ/ບົດ​ອື່ນ