ຕັ້ງໜ້າປ້ອງກັນແລະ ຕ້ານໂລກໄຂ້ຫວັດຢູ່ ຄົນແລະສັດປີກ


ຕັ້ງໜ້າປ້ອງກັນແລະ ຕ້ານໂລກໄຂ້ຫວັດຢູ່ ຄົນແລະສັດປີກ - ảnh 1

(ພາບ: .baomoi.com)

 (vovworld)- ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫາ​ກໍ່ສ້າງ​ຕັ້ງ 9 ຄະນະ​ປະຕິບັດ​ງານ​​ຕິດຕາມ​ກວດກາ, ຊີ້​ນຳ​ວຽກ​ງານ​ກຽມພ້ອມ​ຮັບ​ມື​ກັບ​ໂລກ​ໄຂ້ຫວັດ A (H7N9); ​ໄຂ​ຫວັດ A (H5N1) ຢູ່​ບັນດາ​ແ​ແຂວງ​ເຂດ​ຊາຍ​ແດນ, ບັນດາ​ແຂວງ, ນະຄອນ​ພວມ​ເກີດ​​ໂລກ​ໄຂ້ຫວັດ​ສັດ​ປີກ.

   ພະ​ແນ​ກສາທາລະນະ​ສຸກ​ແຂວງ​ແຄງ​ຮວາ ​ໄດ້​ຜັນ​ຂະຫຍາ​ຍວຽກ​ງານ​ຄວບ​ຄຸມ ໂລກ​ໄຂ້ຫວັດ​ສັດ​ປີກ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​​ແຂກທ່ອງ​ທ່ຽວ. ທ່ານໝໍ​ຫງວຽນ​ຮວາ​ໂຮ້ຍ (Nguyễn Hoa Hội) ຜູ້ອຳນວຍການ​ສູນ​ກວດກາ​ສາທາລະນະ​ສຸກ​ສາກົນ​ແຂວງ​ແຄງ​ຮວາ ​ໃຫ້ຮູ້​ວ່າ:

   “ສຳລັບ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ບັນດາ​ປະ​ເທດ​​ເກີດ​ໂລກລະບາດ, ພວກ​ຂ້າພະ​ເຈົ້າ​ໄດ້​ສົ່ງ​ໃບ​ປິວ​ເພື່ອ​ໃຫ້​ເຂົາ​ເຈົ້າຮູ້​ວ່າ ​ເຂົາ​ເຈົ້າມີ​ໄພ​ຕິດ​ໄວຣັດ. ​ເມື່ອ​ເຂົາ​ເຈົ້າ​ເປັນ​ໄອ, ​ໄຂ້, ຫາຍ​ໃຈ​ຍາກ​ຕ້ອງ​ພົວພັນ​ກັບສາຍ​ໂທລະສັບຂອງ​ພວກ​ຂ້າພະ​ເຈົ້າ, ພວກ​ຂ້າພະ​ເຈົ້າຈະຊ່ວຍ​ເຂົາ​ເຈົ້າ​ໄປ​ກວດ​ພະຍາດ​ຢູ່​ໂຮງໝໍ“.

   ຢູ່​ຮ່າ​ໂນ້ຍ, ຄະນະ​ຄຸ້ມ​ຄອງ​ຕະຫຼາດ​ຮ່າ​ຫວີ້ (Hà Vỹ) ຊື່​ງ​ແມ່ນ​ຕະຫຼາດ​ຂົວ​ຕໍ່​ໃຫ່ຍກ່ວາ​ໝູ່​ທາງ​ທິດ​ເໜືອ​ຫວຽດນາມ ​ໄດ້​ຄຸ້ມ​ຄອງ​ຈຳນວນ​ສັດ​ປີກ​ເຂົ້າອອກ​ຕະຫຼາດ, ຮັບປະກັນ​ສິນຄ້າ​ຕ້ອງ​ມີ​ຕົ້ນກຳ​ເນີດຢ່າງ​ຈະ​ແຈ້ງ.

  ​ໃນ​ຂະນະ​ນັ້ນ, ທ່ານ​ເລ​ວັນ​ລ້ວນ (Lê Văn Luận) ຮອງ​ຫົວໜ້າ​ກົມ​ສັດຕະວະ​ແພດສາຂາແຂວງ​ແທງ​ຮວາ ​ໃຫ້​ຮູ້​ວ່າ:

   “​ແທງ​ຮວາ ​ໄດ້​ຈັດຄະນະ​ຊີ້ນຳປ້ອງ​ກັນ, ຕ້ານ​ໂລກ​ໄຂ້ຫວັດ​ສັດ​ປີກຄືນ​ໃໝ່, ສ້າງຕັ້ງ 5 ຄະນະ​ໄປ​ຊີ້​ນຳ​ຢູ່​ຮາກ​ຖານ​ຕ່າງໆ ​ແລະ ປ້ອມກວດກາ 5 ​ແຫ່ງ​ຢູ່​ເສັ້ນທາງ​ຫຼວງ ​ແລະ ໜ່ວຍ​ປະຕິບັດ​ວຽກ​ງານ​ເຄື່ອນ​ທີ່​​ເພື່ອ​ຮັບ​ມື​ຢ່າງ​ທັນການ./.
ຂ່າວ/ບົດ​ອື່ນ