ຕັ້ງໜ້າປະຕິຮູບຕຸລາການໃນຂະແໜງຕຳຫຼວດ

ຕັ້ງໜ້າປະຕິຮູບຕຸລາການໃນຂະແໜງຕຳຫຼວດ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກໄດ້​ລົງ​​ເຮັດ​ວຽກ​ກັບ​ຄະນະ​ພັກ​ຕຳຫຼວ​ດສູນ​ກາງ

(vovworld) –  ຕອນ​ເຊົ້າ​ວັນ​ທີ 18/8, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ຊີ້​ນຳ​ການ​ປະຕິຮູບ​ດ້ານ​ຕຸລາການສູນ​ກາງ ​ໂດຍ​ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ການປະຕິ​ຮູບດ້ານ​ຕຸລາການ​ສູນ​ກາງ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ລົງ​​ເຮັດ​ວຽກ​ກັບ​ຄະນະ​ພັກ​ຕຳຫຼວ​ດສູນ​ກາງ​ກ່ຽວ​ກັບ​ການ​ສືບ​ຕໍ່​ຍຸດ​ທະ​ສາດ​ປະຕິ​ຮູບ​ດ້ານຕຸລາການ​ຮອດປີ 2020 ​ແລະ ສະພາບ​ການ, ໝາກຜົນ​​ແຫ່ງ​ການ​ເຄື່ອນ​ໄຫວ​ຕຸລາການ​ໃນ 6 ​ເດືອນ​ຕົ້ນ​ປີ 2014.

    ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພິລະກຳ​ຂອງ​ກຳລັງ​ຕຳຫຼວດ​ປະຊາຊົນ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​, ​ໃນ​ການ​ປະຕິບັດ​ຂໍ້​ສະຫລຸບ​ເລກທີ 92 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ປະຕິບັດມະຕິ​ເລກທີ 49 ກ່ຽວ​ກັບ​ຍຸດ​ທະ​ສາດ​ປະຕິ​ຮູບດ້ານ​ຕຸລາການ​ຮອດ​ປີ 2020 ຂອງ​ກະຊວງ​ປະກອບສ່ວນ​ສ້າງ​ການ​ຫັນປ່ຽນ​ໃນ​ຄວາມ​ຮັບ​ຮູ້ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ທົ່ວ​ກຳລັງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ພັກ​ຕຳຫຼວດ​ສູນ​ກາງ ຕ້ອງ​ຊີ້​ນຳ​ການ​ຍູ້​ແຮງ​ຄວາມ​ຄືບ​ໜ້າ ​ແລະ ຮັບປະກັນ​ຄຸນ​ນະພາ​ບຮຽບຮຽງ​ບັນດາ​ເອກະສານ​ກຳນົດ​ກົດ​ໝາຍ, ບັນດາ​ແຜນ​ຮ່າງ ​ໂຄງການທີ່​ໄດ້​ຮັບ​ການມອບ​ໝາຍ​ເປັນ​ເຈົ້າ​ການກໍ່​ສ້າງ, ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ສ້າງ​ບັນດາ​ເອກະສານ​ນິຕິ​ກຳ.

 



 


ຂ່າວ/ບົດ​ອື່ນ