ຕັ້ງໜ້າເອົາໃຈໃສ່ຫນູນຊ່ວຍໃຫ້ແກ່ຄົນທຸກຍາກ, ກຳມະກອນຜູ້ອອກແຮງງານ, ເປົ້າໝາຍນະໂຍບາຍໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ

(VOVWORLD) - ເນື່ອງໃນໂອກາດ “ບຸນເຕັດຂອງພໍ່ແມ່ປະຊາຊົນປີ 2023” ຈັດຂຶ້ນຢູ່ຕາແສງ ກາວເຊີນ, ເມືອງ ດາບັກ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມອບຂອງຂວັນ 100 ພູດ; ຕາງໜ້າອຳນາດການປົກຄອງແຂວງ ຮ່ວາບິ່ງ ແລະ ບັນດາຫົວໜ່ວຍອຸປະຖຳໄດ້ມອບຂອງຂວັນ 1.400 ພູດ

ຕອນບ່າຍວັນທີ 7 ມັງກອນ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ເຂົ້າຮ່ວມລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ແຫ່ງການສະໜິດຕິດພັນ” ຢູ່ນະຄອນ ຫາຍຟ່ອງ; ພ້ອມກັບທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ, ທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຫງວຽນດິ່ງຄາງ ມອບຂອງຂວັນປີໃໝ່ໃຫ້ກຳມະກອນ, ຜູ້ອອກແຮງງານຢູ່ນະຄອນ ຫາຍຟ່ອງ.

ຢູ່ແຂວງ ຮ່ວາບິ່ງ, ເນື່ອງໃນໂອກາດ “ບຸນເຕັດຂອງພໍ່ແມ່ປະຊາຊົນປີ 2023” ຈັດຂຶ້ນຢູ່ຕາແສງ ກາວເຊີນ, ເມືອງ ດາບັກ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມອບຂອງຂວັນ 100 ພູດ; ຕາງໜ້າອຳນາດການປົກຄອງແຂວງ ຮ່ວາບິ່ງ ແລະ ບັນດາຫົວໜ່ວຍອຸປະຖຳໄດ້ມອບຂອງຂວັນ 1.400 ພູດ ໃຫ້ຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ດາບັກ.

ຢູ່ແຂວງ ລອງອານ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ໄດ້ມອບຂອງຂວັນປີໃໝ່ 400 ພູດໃຫ້ແກ່ປະຊາຊົນ ແລະ ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ; ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ ລ້າຍທິເບື່ອງ ແລະ ທະຫານເຈັບປວຍ ຮວາແທັ່ງຊອງ ຢູ່ເມືອງ ດືກຮ່ວາ, ແຂວງ ລອງອານ. ຕອນຄ່ຳວັນທີ 7 ມັງກອນ, ສະຫະພັນແຮງງານແຂວງ ລອງອານ ໄດ້ຈັດລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ແຫ່ງການສະໜິດຕິດພັນ”, ມອບຂອງຂວັນ 150 ພູດໃຫ້ສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

ຢູ່ນະຄອນໂຮ່ຈີມິນ, ສະຫະພັນແຮງງານນະຄອນສົມທົບກັບເມືອງ 7 ຈັດຕັ້ງລາຍການ “ບຸນເຕັດແຫ່ງການເຕົ້າໂຮມ - ລະດູບານໃໝ່ຕອບສະແດງຄວາມຮູ້ບຸນຄຸນ” ປີ 2023; ມອບຂອງຂວັນ 650 ພູດໃຫ້ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ບໍ່ມີເງືື່ອນໄຂກັບບ້ານຕ້ອນຮັບບຸນເຕັດ; ມອບຂອງຂວັນ 2.000 ພູດໃຫ້ສະມາຊິກກຳມະບານ, ກຳມະກອນຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ, ຕິດພະຍາດໜັກ...

ຕອບກັບ

ຂ່າວ/ບົດ​ອື່ນ