ຕິດຕາມກວດກາ ການລົງທຶນໃຫ້ ກະສິກຳ, ຊົນນະບົດ

ຕິດຕາມກວດກາ ການລົງທຶນໃຫ້ ກະສິກຳ, ຊົນນະບົດ - ảnh 1
ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ)

(vovworld) – ວາລະ​ປະຊຸມ​ຄັ້ງ​ທີ 7 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ດຳ​ເນີນ​​ໃນ​ວັນ​ທີ 10/4 ​ແລະ ຄາດ​ວ່າ​ຈະ​ສິ້ນ​ສຸດ​ລົງ​​ໃນ​ວັນ​ທີ 20/4. ​ໃນ​ວາລະ​ປະຊຸມ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ຮັບ​ຟັງ ​ແລະ ​ປະກອບ​ຄຳ​ເຫັນ​​ໃຫ້ ບົດ​ລາຍ​ງານ​ຕິດຕາມ​ກວດກາ 2 ບົດ​ຄື: ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ທີ່​ມີຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ແລະ ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ລົງທຶນຂອງ​ລັດ​ໃຫ້​ແກ່​ກະສິກຳ, ຊົນນະບົດ ​ແລະ ຊາວ​ກະສິກອນ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ​ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ​ຄື: ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ສະ​ສົມ​ແຫ່ງ​ຊາດ, ກົດໝາຍ​ວ່າ​ດ້ວຍ​ການ​ພິມ​ຈຳໜ່າຍ (ສະບັບ​ປັບປຸງ), ຮ່າງກົດໝາຍ​ວ່າ​ດ້ວຍ​ໄຟຟ້າ, ຮ່າງກົດໝາຍ​ວ່າ​ດ້ວຍ​ຫໍສະໝຸດ.​​..​

ຂ່າວ/ບົດ​ອື່ນ