ຕິດຕາມກວດກາວຽກງານເລືອກຕັ້ງຢູ່ແຂວງຈ່າວີງ,ຫວີງລອງ

ຕິດຕາມກວດກາວຽກງານເລືອກຕັ້ງຢູ່ແຂວງຈ່າວີງ,ຫວີງລອງ  - ảnh 1
ທ່ານ ຫງວຽນວັນຟາ ກ່າວຄຳເຫັນຊີ້ນຳໃນການເຮັດວຽກຢູ່ແຂວງ ຈ່າວີງ
(ພາບ: daidoanket.vn)

(vovworld) – ວັນ​ທີ 21/4, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳ​ມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ​ ຫງວຽນ​ວັນ​ຟາ, ຮອງ​ປະທານ​ຄະນະ​ກຳມະການ​ເປັນ​ຫົວໜ້າ​ຄະນະ​​ໄດ້​ປະຕິບັດ​ການ​ຕິດຕາມ​ກວດກາ​ກ່ຽວ​ກັບ​ສະພາບ​ການ​ຜັນ​ຂະຫຍາຍ​ວຽກງານ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ, ອາຍຸ​ການ 2016 – 2021 ຢູ່​ແຂວງ ຈ່າ​ວີ​ງ. ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການສູນ​ກາງ​​ແນວ​ໂຮມ​ປະ​ເທດ​ຊາດ ຫວຽ​ດນາມ ຫງວຽນ​ວັນ​ຟາ ຮຽກຮ້ອງ​ໃຫ້​ແຂວງ ຈ່າ​ວີ​ງ ສຸມ​ໃສ່​ປະຕິບັດ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​ບັນດາ​ວຽກ​ງານ​ໃນ​ການ​ເລືອ​ກຕັ້ງ. ຄຽງ​ຄູ່​ກັນ​ນັ້ນ, ​ແຂວງ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ​້​ແກ່​ບັນດາ​ຜູ້ອອກ​ສະໝັກ​​ເລືອກ​ຕັ້ງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ຂົນ​ຂວາ​ຍການ​ເລືອກຕັ້ງ​ຖືກຕ້ອງ​ຕາມ​ກົດໝາຍ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຕິດຕາມ​ກວດກາຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ ​ຟານ​ຊວນ​ຢູ້ງ, ກຳມະ​ການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ເປັນ​ຫົວໜ້າ​ຄະນະ​ຕິດຕາມ​ກວດກາ​ວຽກ​ງານ​ກະກຽມ​ການເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ຕ່າ​ງໆອາຍຸ​ການ 2016 – 2021 ຢູ່​ແຂວ​ງ ຫວີງ​ລອງ. ຄະນະ​ຕິດຕາມ​ກວດກາ​ຕີ​ລາຄາ​ສູງ​ຄວາມ​ຄືບ​ໜ​້າ​ໃນ​ການ​ຜັນ​ຂະຫຍາຍ​ວຽກ​ງານ​ເລືອ​ກຕັ້ງ​ຂອງ​ສະພາ​​ເລືອກ​ຕັ້ງ​ແຂວງ ຫວີງ​ລອງ​ໃນ​ໄລຍະ​ຈະ​ມາ​ເຖິງ.

 


ຂ່າວ/ບົດ​ອື່ນ