ຕັດສິນໃຈ ປົກປັກຮັກສາ ອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ

ຕັດສິນໃຈ ປົກປັກຮັກສາ ອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ - ảnh 1
ກຳປັ່ນບັນທຸກ ເຄື່ອງຂອງ ຮັບໃຊ້ບຸນ​ເຕັດມາ​ຮອດ​ເມືອງ​ເກາະ​ເຈືອງ​ຊາ
(ພາບ : TTXVN)


Vovworld- ປີ​ໃດ​ກໍ​ເຊັ່ນດຽວ​ກັນ, ຮອດ​ຍາມ​ທ້າຍ​ປີ, ກຳປັ່ນລຳ​ຕ່າງໆບັນທຸກ ເຄື່ອງຂອງ ຮັບໃຊ້ບຸນ​ເຕັດກໍ​ໄດ້​ເດີນ​ທະ​ເລ​ໄປ​ຍັງ​ເມືອງ​ເກາະ​ເຈືອງ​ຊາ. ນອກຈາກ​ສິນຄ້າ, ​ເຄື່ອງຂອງ​ທີ່​ຈຳ​ເປັນ​ເພື​ອ່ສະໜອງ​ໃຫ້​ແກ່​ກອງທັບ ​ແລະ ປະຊາຊົນ​ໃນ​ເມືອງ​ເກາະ​ເຈືອງ​ຊາ​ແລ້ວ, ຢູ່ກຳ​ປັ່ນ​ລຳ​ຕ່່າງໆ​ທີ່​ເດີນ​ທະ​ເລ​ໃນ​ຍາມ​ທ້າຍ​ປີ​ນັ້ນ, ກໍ​ຍົງ​ມີບັນດາ​ພະນັກງານ, ນັກຮົບ​ໄປ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຢູ່ໝູ່ເກາະ​ເຈືອງ​ຊາ​ເປັນ​ຄັ້ງ​ທຳ​ອິດ. ນັກຮົບ ຫງວຽນ​ຄັກ​ຮີ ຢູ່​ນະຄອນ​ຫາຍ​ຟ່ອງ​ໃຫ້​ຮູ້​ວ່າ:

    “ ​ແຕ່ລະ​ຂະ​ແໜງ​ການ​ກໍ​ມີ​ຈຸດ​ພິ​ເສດສະ​ເພາະ​ຂອງ​​ໃຜຂອງ​ມັນ, ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ​ວ່າ ພວກ​ຂ້າພະ​ເຈົ້າ​ມາ​ນີ້​ແມ່ນ​ຖືໜ້າ​ທີ່ວຽກງານ​ເປັນ​ສຳ​ຄັນ​ອັນ​ດັບ​ໜຶ່ງ, ຮັບປະກັນ​ວິຊາ​ສະ​ເພາະ, ຮັບ​ໃຊ້​ເຫຼົ່າທັບ​ເຮືອ​ເພື່ອ​ກຳ​ແໜ້ນ​ສະພາບ​ການ. ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ​ວ່າ ໜ້າ​ທີ່​ສຳຄັນ​ກ່ວາ​ໝູ່​ຂອງ​ຕົນແມ່ນປົກ​ປັກ​ຮັກສາ​ປະ​ເທດ​ຊາດ ”

   ສ່ວນ​ນັກຮົບ ຫງວຽນ​ວັນ​ຕວຽນ ຜູ້​ຫາ​ກໍ​ໄດ້​ຮັບ​ໜ້າ​ທີ່ຢູ່​ເກາະ ​ໂກລິນ ​ໃຫ້​ຮູ້​ວ່າ ລາວ​ດີ​ໃຈ​ຫຼາຍ​ເພາະ​ໄດ້​ເຮັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ເຂດ​ນານ​ທະ​ເລ​ຂອງ​ປະ​ເທດ​ຊາດ. ​ເຖິງ​ວ່າ​ຍັງ​ບໍ່​ທັນ​ປະຕິບັດ​ວຽກ​ງານ​ຢູ່​ເກາະ​ກໍ​ຕາມ, ​ແຕ່​ໂອກາດ​ນີ້​ຈະ​ຊ່ວຍ​ລາວ​ເຕີບ​ໃຫຍ່​ຂຶ້ນ. ນັກຮົບ ຫງວຽນ​ວັນ​ຕວຽນ ​ເວົ້າ​ວ່າ :

  “ ​ເມື່ອ​ທຽບ​ໃສ່​ຜູ້​ອື່ນໆ, ​ເຮົາ​ຮູ້ສຶກ​ວ່າ​ມີ​ຄວາມ​ເປັນ​ກຽດ​ຫຼາຍກ່ວາ ​ເມື່ອ​ໄດ້​ຮັບ​ໜ້າ​ທີ່ຢູ່​ໝູ່ເກາະ​ເຈືອງ​ຊາ. ຂ້າພະ​ເຈົ້າ​ຈະ​ພະຍາຍາມ​ແກ້​ໄຂ​ຄວາມ​ຫຍຸ​້ງຍາກ​ຂາດ​ເຂີນ ​ເພື່ອ​ເຮັດ​ຫຼ້ອນ​ໜ້າ​ທີ່​ຂອງ​ຕົນ ” .

    

 

ຂ່າວ/ບົດ​ອື່ນ