ຕັດສິນໃຈຊີ້ນຳ,ບໍລິຫານ,ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດແລະປະຊາຊົນ,ປະຕິບັດຄາດໝາຍເຕີບໂຕ 6,7%

ຕັດສິນໃຈຊີ້ນຳ,ບໍລິຫານ,ແກ້ໄຂຄວາມຫຍຸ້ງຍາກໃຫ້ວິສາຫະກິດແລະປະຊາຊົນ,ປະຕິບັດຄາດໝາຍເຕີບໂຕ 6,7% - ảnh 1
(ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ)

(vovworld) - ​ຕອນ​ເຊົ້າ​ວັນ​ທີ 01/03, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເປັນ​ປະ​ທານກອງ​ປ​ະ​ຊຸມສະ​ໄໝສາ​ມັນປະ​ຈຳ​​ເດືອນ 2 ຂອງ​ລັດ​​ຖະ​ບ​ານ. ເຖິງວ່າ​ການ​ຕີ​ລາ​ຄາ​ສະ​ພາບ​ກາ​ນ​ເສດ​ຖະ​ກິດ​ສັງ​ຄົມ​ໃນ​ເດືອນ 02 ແລະ ໃນ 2 ເດືອນ​ຕົ້ນ​ປີ​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້​ອງ​ຖິ່ນ, ນັບ​ແຕ່​ຊຸມມື້​ຕົ້ນ​ປີ ຕ້ອງ​ຕັດ​ສິນ​ໃຈ​ຊີ້​ນຳ​ບໍ​ລິ​ຫານ, ແກ​້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ, ປະ​ຕິ​ບັດ​ຄາດໝາຍ​ເຕີ​ບ​ໂຕ​ທີ່​ໄດ້​ວາງ​ອອກແມ່ນ 6,7% ໃຫ້​ໄດ້. ເນັ້ນ​ໜັກ​ເຖິງ​ການ​ຊີ້​ນຳ​ບໍ​ລິ​ຫານ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້ໃສ່​ໄຈ​ວ່າ.

        “ຂ້​້າ​ພ​ະ​ເຈົ້າ​ສະ​ເໜີ​ໃຫ້​ບັນ​ດາ​ລັດ​ຖະມົນ​ຕີ, ພິ​ເສດ​ແມ່ນ​ບັນ​ດາ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຕ​ີບ​ໂຕ​ຢ່າງ​ໃຫຍ່​ຫຼວງ​ຄື: ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ, ກ​ະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະບົດ, ກະ​ຊວງກໍ່​ສ້າງ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ… ແລະ ບາງ​ຂົງ​ເຂດ​ອື່ນໆ ຕ້ອງ​ຕັດ​ສິນ​ໃຈ​ຊີ້​ນຳ​, ເຮັດ​ທຸກວິ​ທີ​ເພື່ອ​ຮັບ​ປະ​ກັນ​ລະ​ດັບ​ເຕີບ​ໂຕ​ບັນ​ດາ​ຂະ​ແໜງ, ຂົງ​ເຂດ, ເພື່ອ​ສູ້​ຊົນ​ບັນ​ລຸ​ຄາດ​ໝາຍ​ເຕີບ​ໂຕ GDP ທີ່​ໄດ້​ວາງ​ອອກ.”

        ຕາມ​ລາຍ​ການກອງ​ປ​ະ​ຊຸ​ມ, ລັດ​ຖະ​ບານ​ຈະ​ປຶກ​ສາ​ຫາ​ລື​ກ່ຽວກ​ັບ​ບັນ​ດາ​ບັນ​ຫາ​ກົນ​ໄກ, ນະ​ໂຍ​ບາຍ, ບັນ​ດາ​ຮ່າງ​ກົດ​ໝາຍ. ລັດ​​ຖະ​ບານກໍ່​ຮັບ​ຟັງ​ບົດ​ລາຍ​ງານ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ທີ່​ມີ​ຜົນ​ສັກ​ສິດ​ແລ້ວ, ສະ​ພາບໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ TPP ແລະ ການ​ກຳ​ນົດ​ທິດ​ໃຫ້​ຫວຽດ​ນາມ…

ຂ່າວ/ບົດ​ອື່ນ